ຄູ່ມືນຳໃຊ້ LaoPOS ← ກັບໄປ POS
🎬 ຢາກເບິ່ງແບບວີດີໂອ? ມີວີດີໂອສາທິດ 3 ນາທີ ແລະ ຄລິບສັ້ນ 10 ອັນ (ຝຶກພະນັກງານ 5 ຄລິບ · ເນັດດັບຍັງຂາຍໄດ້ · ຫາເງິນຮົ່ວ · ລູກຄ້າສັ່ງເອງ ລາວ/ອັງກິດ) ຢູ່ info.sk-group.la — ທຸກຄລິບອັດຈາກລະບົບຈິງ ບໍ່ມີສຽງ ມີຄຳບັນຍາຍລາວ ເປີດໃຫ້ພະນັກງານໃໝ່ເບິ່ງກ່ອນເລີ່ມວຽກໄດ້ · ໃນແຕ່ລະພາກຂ້າງລຸ່ມມີປຸ່ມ ▶ ໄປຫາຄລິບຂອງພາກນັ້ນ
⚙ ຄຳວ່າ "ຕັ້ງຄ່າຮ້ານ" ໃນຄູ່ມືນີ້ = adminapp.sk-group.la → login ດ້ວຍອີເມວ+ລະຫັດ Cloud ດຽວກັບ POS (ຮ້ານທີ່ເຊື່ອມ Cloud ແລ້ວ — ຊື່ຮ້ານ · ເງິນ/VAT/ແຕ້ມ · Lao QR · ພິມ · ຈໍລູກຄ້າ · auto-pay · Telegram · AI · ພະນັກງານ+PIN ຢູ່ບ່ອນດຽວ ທຸກເຄື່ອງຂອງຮ້ານຮັບຄ່າເອງພາຍໃນ ~5 ນາທີ) · ຮ້ານທີ່ຍັງບໍ່ເຊື່ອມ Cloud ຕັ້ງຄ່າດຽວກັນໄດ້ທີ່ໜ້າ ຕັ້ງຄ່າ ໃນ POS · ສ່ວນ "ຕັ້ງຄ່າ (POS)" = ໜ້າຕັ້ງຄ່າໃນເຄື່ອງ ສຳລັບຂອງເຄື່ອງ: ຊື່ສາຂາ · Cloud Sync · ພິມທົດສອບ · ໄຟລ໌ backup · QR Ordering

1.ເລີ່ມໃຊ້ເທື່ອທຳອິດ (5 ນາທີ)

▶ ເບິ່ງຄລິບ: ຕັ້ງຮ້ານຈົນຂາຍບິນທຳອິດ
✨ ສ້າງບັນຊີເຈົ້າຂອງແລ້ວ ລະບົບສະແດງ ລະຫັດກູ້ PIN 8 ຫຼັກ — ຈົດ/ຖ່າຍຮູບໄວ້ (ສະແດງເທື່ອດຽວ ໃຊ້ຕອນລືມ PIN ກ່ອນເຊື່ອມ Cloud) ແລ້ວພາຕັ້ງຮ້ານ 4 ຂັ້ນ: ຊື່ຮ້ານ → ຊຸດເມນູທີ່ກົງປະເພດຮ້ານ (ຄາເຟ່/ເຝີ/ກິນດື່ມ) → ຈຳນວນໂຕະ → ເຊື່ອມ Cloud (ຂ້າມໄດ້) — ຈົບແລ້ວເປີດກະ ຂາຍໄດ້ເລີຍ
  1. ເປີດ browser (Chrome ແນະນຳ) ໄປທີ່ app.sk-group.la
  2. ຕັ້ງຊື່ເຈົ້າຂອງ + PIN (ຕົວເລກ 4–6 ໂຕ — ໃຊ້ເຂົ້າລະບົບທຸກຄັ້ງ)
  3. ໃສ່ເງິນສົດຕັ້ງຕົ້ນໃນລິ້ນຊັກ → ກົດ ເປີດກະ ເລີ່ມຂາຍ
  4. ໄປໜ້າ ເມນູ → card ນຳເຂົ້າເມນູສຳເລັດຮູບ → ເລືອກຊຸດເມນູທີ່ກົງກັບຮ້ານ — ຄາເຟ່ / ເຝີ / ກິນດື່ມ (ເຊັ່ນ 📥 ຄາເຟ່ / ເຄື່ອງດື່ມ (32)) — ໄດ້ເມນູຄົບໃນກົດດຽວ ແລ້ວແກ້ລາຄາໃຫ້ກົງຮ້ານຕົນເອງ
  5. ໄປໜ້າ ຕັ້ງຄ່າ → card Cloud Sync ໃສ່ອີເມວ+ລະຫັດ (≥8 ໂຕ) → ເຊື່ອມ / ສ້າງບັນຊີ (ສຳຮອງຂໍ້ມູນ + ເປີດ dashboard/ຈໍຄົວ) — ຫຼັງເຊື່ອມ ການຕັ້ງຄ່າຮ້ານທັງໝົດຍ້າຍໄປ adminapp.sk-group.la ເອງ (login ອີເມວ+ລະຫັດດຽວກັນນີ້) ແກ້ຊື່ຮ້ານ/VAT/ພະນັກງານ ຈາກບ່ອນດຽວໄດ້ທຸກເຄື່ອງ
ຂັ້ນ 2 ຂອງການຕັ້ງຮ້ານ — ເລືອກຊຸດເມນູ
ຂັ້ນ 2 ຂອງການຕັ້ງຮ້ານ — ກົດຊຸດເມນູທີ່ກົງກັບຮ້ານ ໄດ້ເມນູຄົບໃນກົດດຽວ (ແກ້ລາຄາພາຍຫຼັງໄດ້)
💡 ເຄື່ອງທີ່ໃຊ້ປະຈຳ: ເປີດ app ແລ້ວກົດ menu browser → "Add to Home Screen / ຕິດຕັ້ງ" ຈະໄດ້ໄອຄອນຄືແອັບແທ້

2.ວຽກປະຈຳວັນ (ສັ້ນສຸດ)

ເຊົ້າ: ເປີດ app → ກົດຊື່ຕົນເອງ → ພິມ PIN → ໃສ່ເງິນຕັ້ງຕົ້ນ → ເປີດກະ
ລະຫວ່າງມື້: ຂາຍ (ຂໍ້ 3–5)
ແລງ: ໜ້າ ປິດກະ → ນັບເງິນສົດ → ຢືນຢັນ (ຂໍ້ 8)

3.ການຂາຍ

▶ ເບິ່ງຄລິບ: ຂາຍດ່ວນ ແລະ ຮັບເງິນ

ຂາຍດ່ວນ (ຊື້ກັບບ້ານ/ຈ່າຍທັນທີ)

  1. ໜ້າ ຂາຍດ່ວນ → ຈິ້ມເມນູ (ໃຊ້ຊ່ອງຄົ້ນຫາພິມບາງຕົວອັກສອນກໍພົບ)
  2. ປັບຈຳນວນດ້ວຍ − + ໃນກະຕ່າຂວາມື
  3. ກົດ ຮັບເງິນ → ເລືອກວິທີຈ່າຍ (ຂໍ້ 5)
ໜ້າຂາຍດ່ວນ
ໜ້າ ຂາຍດ່ວນ — ຊ້າຍ: ໝວດ+ເມນູ (ກົດເພື່ອເພີ່ມ) · ຂວາ: ບິນປັດຈຸບັນ ປັບຈຳນວນດ້ວຍ − + ແລ້ວກົດ ຮັບເງິນ
🛵 ຂາຍຜ່ານ delivery: ແຖບເທິງກະຕ່າມີປຸ່ມເລືອກຊ່ອງທາງ — ໜ້າຮ້ານ / foodpanda / Goteddy / Chomp-A — ໜ້າລາຍງານຈະແຍກຍອດຕໍ່ຊ່ອງທາງໃຫ້ເອງ

ຕົວເລືອກ ແລະ note

ສ່ວນຫຼຸດ

ໃນໜ້າຮັບເງິນ: ກົດ −5% −10% ຫຼື ຫຼຸດເອງ (ໃສ່ເປັນກີບ) — ຫຼຸດເກີນຍອດບໍ່ໄດ້ ລະບົບກັນໄວ້ · cashier ຫຼຸດເກີນ 10% ຕ້ອງໃຫ້ manager/ເຈົ້າຂອງໃສ່ PIN ອະນຸມັດ

🏷 ຫຼຸດສະເພາະລາຍການ (ຈານນີ້ຊ້າ ຫຼຸດຈານດຽວ): ກົດຊື່ລາຍການໃນກະຕ່າ → ຊ່ອງ "ຫຼຸດສະເພາະລາຍການນີ້" (−25% / −50% / ກີບເອງ ຕໍ່ໜ່ວຍ) — ສະເພາະບິນໂຕະ ແລະ manager/ເຈົ້າຂອງ

ຍົກເລີກລາຍການທີ່ສົ່ງຄົວແລ້ວ

ກົດ − ໃສ່ລາຍການທີ່ສົ່ງຄົວແລ້ວ → ລະບົບຖາມເຫດຜົນ (ເລືອກ chip) ແລະບັນທຶກ ໃຜ/ເມື່ອໃດ ສະເໝີ — cashier ຕ້ອງໃຫ້ manager ໃສ່ PIN. ລາຍການທີ່ຍັງບໍ່ສົ່ງຄົວ ຫຼຸດ/ເອົາອອກໄດ້ອິດສະຫຼະ

4.ໂຕະ (ຮ້ານນັ່ງກິນ)

▶ ເບິ່ງຄລິບ: ເປີດໂຕະ ແລະ ສົ່ງເຂົ້າຄົວ
  1. ໜ້າ ໂຕະ — ເຫັນທຸກໂຕະ: ຂາວ=ຫວ່າງ · ສົ້ມ=ມີແຂກ (ສະແດງຍອດ+ເວລານັ່ງ)
  2. ກົດໂຕະຫວ່າງ = ເປີດບິນ → ຈິ້ມສັ່ງອາຫານ → ກົດ ສົ່ງຄົວ + ກັບຫາຜັງໂຕະ (ບິນຄ້າງໄວ້ ອາຫານເຂົ້າຈໍຄົວ)
  3. ກົດໂຕະມີແຂກ = ສັ່ງເພີ່ມ/ຄິດເງິນ — ສັ່ງເພີ່ມແລ້ວກົດສົ່ງຄົວອີກ ສົ່ງສະເພາະລາຍການໃໝ່ ບໍ່ຊ້ຳ
  4. ຍ້າຍ/ຮວມໂຕະ: ເປີດບິນ → ກົດ ຍ້າຍໂຕະ → ໂຕະຫວ່າງ=ຍ້າຍໄປ · ໂຕະມີບິນ=ຮວມບິນເຂົ້າກັນ (ລາຍການທັງໝົດຍ້າຍໄປຄິດເງິນລວມ ບໍ່ສົ່ງຄົວຊ້ຳ)
  5. ແຍກບິນ 2 ແບບ: ຕາມລາຍການ (ຈິ້ມເລືອກລາຍການ/ຈຳນວນ → ຄິດເງິນສ່ວນນັ້ນ ບິນເດີມຍັງຄ້າງທີ່ໂຕະ) ຫຼື ຫານເທົ່າ (ຄົນລະສ່ວນ) — ເລືອກຈຳນວນຄົນ (2–8) ລະບົບຫານໃຫ້ເປັນກີບເຕັມ ເສດຢູ່ຄົນສຸດທ້າຍ → ຮັບເງິນເທື່ອລະຄົນ (ສົດ/QR) ບິນຍັງເປີດຈົນຄົບ ແລ້ວກົດ "ຮັບເງິນ" ປິດບິນ
  6. 🧾 ບິນກວດ (ເຊັກບິນ): ໃນບິນໂຕະມີປຸ່ມ "ບິນກວດ (ຍັງບໍ່ຈ່າຍ)" — ພິມໃບໃຫ້ລູກຄ້າກວດກ່ອນຈ່າຍ (ບໍ່ປິດບິນ ບໍ່ເປີດລິ້ນຊັກ ມີປ້າຍ ** ຍັງບໍ່ຈ່າຍ **) · ລູກຄ້າກົດ 💳 ຂໍເກັບເງິນ ຈາກ QR ໂຕະ = POS ເປີດບິນໂຕະນັ້ນ + ພິມບິນກວດໃຫ້ເລີຍ
  7. ຈັດຜັງ: ກົດ ຈັດການໂຕະ → ເພີ່ມໂຊນ/ໂຕະ ຫຼືປິດໂຕະ
  8. 📅 ຈອງໂຕະ: ປຸ່ມມຸມຂວາໜ້າໂຕະ — ຊື່/ເບີ/ຈຳນວນຄົນ/ວັນເວລາ/ໂຕະ · ປ້າຍ 📅 ຂຶ້ນທີ່ໂຕະ 3 ຊມ ກ່ອນຮອດເວລາ · ກົດ ມາແລ້ວ/ບໍ່ມາ/ຍົກເລີກ
ຜັງໂຕະ
ຜັງໂຕະ — ຂາວ = ຫວ່າງ · ສົ້ມ = ມີແຂກ (ບອກຍອດ+ເວລານັ່ງ) · ປ້າຍ ⚠ ຍັງບໍ່ສົ່ງຄົວ · 🍳 ຢູ່ຄົວ · ✅ ພ້ອມເສີບ · 💳 ຂໍເກັບເງິນ
ບິນຂອງໂຕະ
ກົດໂຕະ = ເປີດບິນຂອງໂຕະນັ້ນ — ສັ່ງແລ້ວກົດ ສົ່ງຄົວ + ກັບຫາຜັງໂຕະ (ປຸ່ມສົ້ມລຸ່ມສຸດ) · ປຸ່ມ 🧾 ບິນກວດ ພິມໃຫ້ລູກຄ້າກວດກ່ອນຈ່າຍ

5.ຮັບເງິນ

▶ ເບິ່ງຄລິບ: ວິທີຮັບເງິນ 4 ແບບ

ເງິນສົດ 💵

ກົດປຸ່ມເງິນດ່ວນ — ລະບົບຄິດຂັ້ນເງິນເອງຕາມຍອດບິນ (ບິນນ້ອຍມີຂັ້ນ 5,000/20,000 ທີ່ລູກຄ້າຍື່ນຈິງ · ບິນ 2 ລ້ານກໍມີປຸ່ມ) — ຫຼື ພໍດີ ຫຼືພິມຜ່ານແປ້ນເລກໃນຈໍ → ລະບົບຄິດເງິນທອນໃຫ້ → Enter ຫຼືກົດຢືນຢັນ

ໜ້າຮັບເງິນສົດ
ປຸ່ມເງິນດ່ວນ → ລະບົບຄິດເງິນທອນໃຫ້ທັນທີ
ຮັບເງິນສຳເລັດ
ຮັບເງິນສຳເລັດ — ພິມບິນຄືນໄດ້ ຫຼືກົດ ບິນຕໍ່ໄປ

Lao QR ⬛

ຖ້າຕັ້ງ QR ຮ້ານແລ້ວ (ຕັ້ງຄ່າຮ້ານ → 📱 Lao QR ຮ້ານ): ຈໍຈະສະແດງ QR ສະເພາະບິນ — ຈຳນວນເງິນຂຶ້ນເອງໃນແອັບທະນາຄານລູກຄ້າ ພິມຜິດບໍ່ໄດ້. ລູກຄ້າຈ່າຍ → ເບິ່ງສະລິບ → ກົດ ໄດ້ຮັບເງິນແລ້ວ

💡 ວິທີຕັ້ງ QR ຮ້ານ: ເອົາ QR ຮັບເງິນ BCEL One ຂອງຮ້ານ → ສະແກນດ້ວຍແອັບອ່ານ QR ທຳມະດາ (ເຊັ່ນ Google Lens) → copy ຂໍ້ຄວາມ 000201… → ວາງໃນ ຕັ້ງຄ່າຮ້ານ → 📱 Lao QR → 💾 ບັນທຶກ (ລະບົບກວດ CRC ໃຫ້ — ວາງບໍ່ຄົບຈະແຈ້ງ)
💱 ຮ້ານນັກທ່ອງທ່ຽວ: ຕັ້ງຄ່າຮ້ານ → 💱 ສະກຸນທີສອງ (THB/USD + ອັດຕາ) — ໜ້າຮັບເງິນສະແດງຍອດທຽບ ≈฿/$ · ຕັ້ງ ບາດ (THB) ຈະມີຊ່ອງ "ຮັບເປັນເງິນບາດ ฿" ໃນໜ້າຮັບເງິນສົດ — ພິມຈຳນວນບາດທີ່ຮັບ ລະບົບຄິດເປັນກີບ+ທອນເປັນກີບໃຫ້ ແລະ ໃບ Z-report ບອກ "ໃນນັ້ນຮັບເປັນເງິນບາດ ฿x" ໃຫ້ນັບເງິນລິ້ນຊັກແຍກໄດ້

ລູກຄ້າ + ສະສົມແຕ້ມ (ພິມເບີໂທ)

ໃນໜ້າຮັບເງິນ ກົດ + ລູກຄ້າ / ສະສົມແຕ້ມ (ພິມເບີໂທ) → ພິມເບີໂທ → ພົບ = ກົດເລືອກ (ເຫັນແຕ້ມ ແລະ ຄິດເປັນກີບໃຫ້ເລີຍ) · ບໍ່ພົບ = ກົດ + ເພີ່ມ ເບີ … ສ້າງລູກຄ້າໃໝ່ທັນທີ (ແກ້ຊື່ພາຍຫຼັງໄດ້ທີ່ໜ້າ ລູກຄ້າ)

💡 ເບີໂທຄືກະແຈຂອງລູກຄ້າ — ບໍ່ຕ້ອງໂຫຼດແອັບ ບໍ່ຕ້ອງມີບັດ · ລູກຄ້າທີ່ຢູ່ໃນລະບົບແຕ້ມກັບມາຖີ່ກວ່າຫຼາຍເທົ່າ

ຈ່າຍປົນ 💵+⬛

ລູກຄ້າໂອນສ່ວນໜຶ່ງ ຈ່າຍສົດສ່ວນໜຶ່ງ: ໜ້າຮັບເງິນ → tab 💵+⬛ ປົນ → ໃສ່ຈຳນວນ QR (ຫຼືກົດ "ສ່ວນທີ່ເຫຼືອ") → QR ຝັງຍອດສະເພາະສ່ວນນັ້ນ → ຮັບສົດສ່ວນທີ່ເຫຼືອ ລະບົບຄິດທອນຈາກສ່ວນສົດ — ບິນ/ລາຍງານແຍກ ສົດ/QR ຖືກຕ້ອງ

ຢືນຢັນເງິນໂອນ + ອອກບິນ ອັດຕະໂນມັດ ⚡

ຕັ້ງຄ່າຮ້ານ → ⚡ "ຢືນຢັນເງິນໂອນ + ອອກບິນ ອັດຕະໂນມັດ" → ⚡ ເປີດ auto-pay / ເບິ່ງ URL → ໄດ້ webhook URL ຂອງຮ້ານ (ຄວາມລັບ — ຢ່າສົ່ງຕໍ່). ຕັ້ງມືຖືເຈົ້າຂອງ (MacroDroid: notification BCEL One → HTTP POST) ຫຼື PhaJay callback ຊີ້ຫາ URL ນີ້ — ຫຼັງນັ້ນ: ຈໍ QR ຄ້າງຢູ່ + ເງິນເຂົ້າຍອດກົງເປະ = ຢືນຢັນ + ພິມບິນເອງ ບໍ່ຕ້ອງເບິ່ງສະລິບ. ເງິນກ້ອນໜຶ່ງໃຊ້ໄດ້ຄັ້ງດຽວ (ກັນສະລິບຊ້ຳ/ປອມ) · ຕິກ "🧾 ອໍເດີ QR ເງິນເຂົ້າຍອດກົງ → ຮັບ+ຄິດເງິນ+ພິມ+ສົ່ງຄົວເອງ" = ລູກຄ້າສັ່ງ+ໂອນຕາມຍອດ → ຮັບອໍເດີ+ຄິດເງິນ+ພິມ+ສົ່ງຄົວ ເອງທັງໝົດ (ຍອດຊ້ຳກັນຫຼາຍໂຕະ ລະບົບຈະໃຫ້ຄົນເລືອກເອງ — ບໍ່ເດົາ)

🔢 ເລກບິນ + ຫົວບິນ: ທຸກບິນທີ່ຈ່າຍແລ້ວໄດ້ເລກຕໍ່ເນື່ອງ A-000001, A-000002… (ຄຳນຳໜ້າຕໍ່ເຄື່ອງ ຕັ້ງທີ່ ຕັ້ງຄ່າ (POS) → ເຄື່ອງນີ້ → ເລກບິນ — ຮ້ານ 2 ເຄື່ອງໃຊ້ A/B) · ເລກອາກອນ (TIN)/ທີ່ຢູ່/ເບີໂທຮ້ານ ຕັ້ງທີ່ ຕັ້ງຄ່າຮ້ານ → 🧾 ຫົວບິນ ຈະພິມຂຶ້ນທຸກບິນ · ບິນພິມ ຮວມຍ່ອຍ ແລະ VAT % ສະເໝີ · ພິມຄືນຈາກໜ້າລາຍງານ = ຕິດປ້າຍ ** ສຳເນົາ ** ບໍ່ເປີດລິ້ນຊັກ ແລະ ບັນທຶກໃຜພິມ

ຄືນເງິນບາງສ່ວນ ↩

ຈານດຽວມີບັນຫາໃນບິນທີ່ຈ່າຍແລ້ວ: ໜ້າ ລາຍງານ → ແຖວບິນ → ↩ ຄືນເງິນ → ເລືອກລາຍການ+ຈຳນວນ (ລະບົບຄິດຄ່າແນະນຳຕາມສັດສ່ວນ ແກ້ໄດ້) → ເລືອກຄືນສົດ/ໂອນ + ເຫດຜົນ. ຄືນສົດຈະຫັກຈາກ "ເງິນສົດທີ່ຄວນມີ" ຂອງກະເອງ · ຕິກ "ຄືນສະຕັອກ" ສະເພາະຂອງທີ່ຍັງບໍ່ເສຍ · ບິນເດີມບໍ່ຖືກແກ້ — ມີບັນທຶກແຍກສະເໝີ. ສະເພາະຜູ້ຈັດການ/ເຈົ້າຂອງ

ລິ້ນຊັກເງິນ 💰

ຕັ້ງຄ່າຮ້ານ → 🖨 ການພິມບິນ → ຕິກ "💰 ເປີດລິ້ນຊັກຕອນຮັບເງິນສົດ" (ລິ້ນຊັກສຽບສາຍ RJ11 ທີ່ເຄື່ອງພິມ · ໂໝດພິມ/ຂະໜາດເຈ້ຍຕັ້ງບ່ອນດຽວກັນ · ກົດ 🖨 ພິມທົດສອບ ໃນ ຕັ້ງຄ່າ (POS) ຂອງແຕ່ລະເຄື່ອງ) — ຮັບເງິນສົດ/ຈ່າຍປົນ ລິ້ນຊັກເປີດເອງ · ເປີດໂດຍບໍ່ຂາຍ: ໜ້າປິດກະ → 💰 ເປີດລິ້ນຊັກ (ບໍ່ຂາຍ) — ບັນທຶກໄວ້ສະເໝີວ່າໃຜເປີດ

ຍົກເລີກບິນ (void)

ໜ້າ ລາຍງານ → ແຖວບິນ → ຍົກເລີກບິນ → ໃສ່ເຫດຜົນ (ບັງຄັບ). ບິນບໍ່ຖືກລຶບ — ບັນທຶກໄວ້ພ້ອມຊື່ຜູ້ກົດສະເໝີ (ຂຶ້ນໃນຜົນງານພະນັກງານນຳ). ສະເພາະຜູ້ຈັດການ/ເຈົ້າຂອງ

🧾 ຄ່າບໍລິການ / VAT / ປັດເສດ: ຕັ້ງ % ແລະ ກົດປັດເສດ (ບໍ່ປັດ/500/1,000₭) ທີ່ ຕັ້ງຄ່າຮ້ານ → 🏪 ຂໍ້ມູນຮ້ານ + ເງິນ (0 = ປິດ) · ໂໝດ VAT: "ບວກເພີ່ມ" (ຍອດ = ເມນູ + VAT) ຫຼື "ລາຄາເມນູລວມ VAT ແລ້ວ" (ຍອດບໍ່ປ່ຽນ ແຕ່ບິນ/ລາຍງານແຍກ VAT ອອກໃຫ້ຍື່ນອາກອນ — ຮ້ານລາວສ່ວນໃຫຍ່ໃຊ້ແບບນີ້) — ຄິດເອງທຸກບິນ ລຳດັບ ຫຼຸດ→ຄ່າບໍລິການ→VAT→ປັດເສດ ສະແດງແຍກໃນບິນ/ລາຍງານ/CSV
ໜ້າຈັດການເມນູ
ໜ້າ ເມນູ — ນຳເຂົ້າຊຸດສຳເລັດຮູບ · ຕັ້ງ Happy Hour · ຕົວເລືອກ/topping · ວັດຖຸດິບ+ສູດ · ໝວດ ແລະ ລາຍການ

🌐 ຊື່ອັງກິດ ແລະ ປ້າຍອາຫານ (ສຳລັບໜ້າສັ່ງ QR)

ໃນຕາຕະລາງເມນູ ແຕ່ລະລາຍການມີປຸ່ມ 🌐 ອັງກິດ/ປ້າຍ:

🥜 ຖົ່ວດິນ ແລະ ທະເລ ເປັນປ້າຍແພ້ອາຫານ — ຕິດໄວ້ຊ່ວຍລູກຄ້າຫຼີກລ່ຽງເອງໄດ້ ຫຼຸດຄວາມສ່ຽງໃຫ້ຮ້ານ · ແກ້ແລ້ວໜ້າສັ່ງອັບເດດເອງພາຍໃນ ~10 ວິ
modal ຊື່ອັງກິດ + ປ້າຍອາຫານ + ເວລາປຸງ
ປຸ່ມ 🌐 ອັງກິດ/ປ້າຍ/ເວລາ ໃນແຖວເມນູ — ຊື່ອັງກິດ · ເວລາປຸງ · ປ້າຍອາຫານ (ຂຶ້ນໜ້າສັ່ງ QR ຂອງລູກຄ້າ)
⏱ ເວລາປຸງຕໍ່ຈານ: ໃນປຸ່ມ 🌐 ອັງກິດ/ປ້າຍ/ເວລາ ໃສ່ນາທີທີ່ຈານນັ້ນໃຊ້ (ເຊັ່ນ ປີ້ງໄກ່ 25 · ນ້ຳຕົ້ມ 3) — ຈໍຄົວຈະຈັດຈານດົນຂຶ້ນກ່ອນໃນບິນດຽວກັນ (ອາຫານອອກພ້ອມກັນ) ແລະ ເຕືອນຊ້າຕາມຈານນັ້ນ ບໍ່ແມ່ນ 15 ນາທີເໝົາທຸກຈານ

7.ພະນັກງານ + ສິດ

ບົດບາດເຮັດຫຍັງໄດ້
ພະນັກງານຂາຍ, ໂຕະ, ລາຍງານ(ເບິ່ງ), ປິດກະ — ແກ້ເມນູ/ຕັ້ງຄ່າ/ຍົກເລີກບິນ ບໍ່ໄດ້
ຜູ້ຈັດການທຸກຢ່າງຍົກເວັ້ນສ້າງບັນຊີເຈົ້າຂອງ
ເຈົ້າຂອງທຸກຢ່າງ

ເພີ່ມຄົນ: ຮ້ານທີ່ເຊື່ອມ Cloud ແລ້ວ → ເຈົ້າຂອງເປີດ adminapp.sk-group.la → login ດ້ວຍອີເມວ+ລະຫັດ Cloud ດຽວກັບ POS → 👥 ພະນັກງານ (ຊື່+PIN+ບົດບາດ — POS ທຸກເຄື່ອງຂອງຮ້ານຮັບພາຍໃນ ~5 ນາທີ ຫຼືກົດ ⟳ ໃນໜ້າຕັ້ງຄ່າ) · ຮ້ານທີ່ຍັງບໍ່ເຊື່ອມ: ຕັ້ງຄ່າ → ພະນັກງານ ໃນເຄື່ອງ. ສະຫຼັບຄົນ: ກົດປຸ່ມລຸ່ມສຸດຂອງແຖບຊ້າຍ (ຮູບກະແຈ) → ຄົນໃໝ່ພິມ PIN ຕົນເອງ

🎓 ໂໝດຝຶກຫັດ (ພະນັກງານໃໝ່)

ຕັ້ງຄ່າ (POS) → 🎓 ໂໝດຝຶກຫັດ → ເປີດ — ຈາກນັ້ນຝຶກຂາຍ/ຮັບເງິນ/ເປີດໂຕະ ໄດ້ຄືຂອງຈິງ ແຕ່:

⚠️ ເປີດໂໝດຝຶກໄດ້ສະເພາະຕອນບໍ່ມີຂໍ້ມູນຄ້າງສົ່ງ cloud (ກັນຂອງຈິງຫຼົງໄປກັບຂອງຝຶກ) · ຢ່າລືມອອກຈາກໂໝດຝຶກກ່ອນເປີດຮ້ານ
card ໂໝດຝຶກຫັດ ໃນໜ້າຕັ້ງຄ່າ
ໜ້າ ຕັ້ງຄ່າ → 🎓 ໂໝດຝຶກຫັດ — ເປີດແລ້ວມີແຖບແດງເຕືອນຄ້າງເທິງຈໍຈົນກວ່າຈະປິດ

8.ປິດກະ (Z-Report)

▶ ເບິ່ງຄລິບ: ປິດກະ ນັບເງິນ
  1. ໜ້າ ປິດກະ — ເຫັນ: ເງິນຕັ້ງຕົ້ນ, ຂາຍສົດ, ຂາຍ QR, ເງິນສົດທີ່ຄວນມີໃນລິ້ນຊັກ
  2. ນັບເງິນເປັນໃບ (ຄ່າຕັ້ງຕົ້ນ) — ໃສ່ຈຳນວນໃບຂອງແຕ່ລະຊະນິດ 100,000 → 500 ລະບົບບວກໃຫ້ເອງ · ບໍ່ຕ້ອງບວກເລກໃນຫົວ ຈຶ່ງບໍ່ຜິດ · ຢາກພິມຍອດລວມເລີຍກໍສະຫຼັບ tab ພິມຍອດລວມ
  3. ລະບົບສະແດງ ຄົບ/ຂາດ/ເກີນ ທັນທີ
  4. ກົດຢືນຢັນ → ບັນທຶກຖາວອນ (ເຈົ້າຂອງເຫັນໃນ dashboard ຈາກບ່ອນໃດກໍໄດ້) → ກົດ 🖨 ພິມໃບ Z-report ມັດກັບເງິນສົດ (ມີຊ່ອງລາຍເຊັນ) → ຕົກລົງ ອອກຈາກລະບົບເອງ
🗂 ກະເກົ່າ 10 ຫຼ້າສຸດ ເບິ່ງໄດ້ລຸ່ມສຸດຂອງໜ້າປິດກະ (ໃຜເປີດ, ຄວນມີ, ນັບໄດ້, ຂາດ/ເກີນ)
💸 ລາຍຈ່າຍໃນກະ: ຄ່ານ້ຳແຂງ, ກັບຂ້າວ, ຄ່າແຮງ — ກົດ + ເພີ່ມລາຍຈ່າຍ ໃນໜ້າປິດກະ · ຈ່າຍຈາກລິ້ນຊັກ = ເງິນສົດທີ່ຄວນມີຫຼຸດລົງເອງ ນັບເງິນຈຶ່ງກົງ
🛡 ນັບເງິນຕ່າງຈາກທີ່ຄວນມີເກີນ 50,000₭ → ລະບົບຖາມຢືນຢັນຊ້ຳ ກັນພິມເລກຜິດ
🧾 X-report — ກວດເງິນກາງກະ ໂດຍບໍ່ຕ້ອງປິດກະ: ໜ້າປິດກະ → 🧾 ພິມ X-report (ບໍ່ປິດກະ) — ໄດ້ໃບຄືກັບ Z ແຕ່ຕິດປ້າຍ “ກະຍັງບໍ່ປິດ” ພ້ອມລາຍຊື່ບິນທີ່ຍັງເປີດ ແລະ ຊ່ອງລາຍເຊັນຜູ້ນັບ · ໃຊ້ຕອນປ່ຽນຄົນເຝົ້າແຄັດຊີກາງມື້ ຫຼືເຈົ້າຂອງມານັບເບິ່ງຕອນບ່າຍ — ກະຍັງແລ່ນຕໍ່ ຍອດບໍ່ຖືກຕັດ · ຄືນເງິນສົດລູກຄ້າ (refund) ຫັກຈາກເງິນສົດທີ່ຄວນມີເອງ
⚠ ຍັງມີໂຕະເປີດຢູ່: ຖ້າກົດປິດກະຕອນຍັງມີບິນຄ້າງ ໜ້າຈໍຈະຂຶ້ນແຖບແດງບອກ ຈຳນວນບິນ + ຍອດ + ຊື່ໂຕະ — ຄິດເງິນໃຫ້ຄົບກ່ອນ ບໍ່ດັ່ງນັ້ນເງິນນັ້ນຈະບໍ່ຢູ່ໃນຮອບນີ້ (ລະບົບບໍ່ຫ້າມປິດ ບາງຮ້ານປິດກະແລ້ວຂາຍຕໍ່ຈິງ)
📅 ລືມປິດກະ: ກະທີ່ເປີດຂ້າມມື້ຈະຂຶ້ນວັນທີ + ປ້າຍແດງ “ກະນີ້ເປີດມາ N ມື້ແລ້ວ — ລືມປິດບໍ?” · ຢ່າປ່ອຍໃຫ້ຫຼາຍມື້ລວມເປັນກະດຽວ ຈະນັບເງິນຍາກ
ໜ້າປິດກະ
ໜ້າ ປິດກະ — ເງິນສົດຕັ້ງຕົ້ນ + ຍອດຂາຍສົດ = ເງິນທີ່ຄວນມີໃນລິ້ນຊັກ · ໃສ່ເລກທີ່ນັບໄດ້ຈິງ ລະບົບບອກສ່ວນຕ່າງ

9.ລູກຄ້າ — ສະສົມແຕ້ມ + ຄ້າງບິນ

ໜ້າລູກຄ້າ
ໜ້າ ລູກຄ້າ — ເພີ່ມລູກຄ້າ (ຊື່+ເບີ) ແລ້ວຜູກກັບບິນຕອນຮັບເງິນ ເພື່ອສະສົມແຕ້ມ/ຄ້າງບິນ

10.ລາຍງານ

🖨 ບິນທີ່ພິມບໍ່ອອກ ບໍ່ຫາຍ: ເຈ້ຍໝົດ/ເຄື່ອງພິມດັບກາງຊ່ວງເລີ່ມແຮງ — ບິນຈະເຂົ້າ ຄິວພິມ ເອງ ແລ້ວຂຶ້ນແຖບແດງເທິງໜ້າລາຍງານ “ບິນທີ່ຍັງພິມບໍ່ອອກ N ໃບ” · ໃສ່ເຈ້ຍ/ແກ້ເຄື່ອງພິມແລ້ວກົດ ພິມທີ່ຄ້າງທັງໝົດ — ບໍ່ຕ້ອງຈື່ເອງວ່າຄ້າງບິນໃດ (ຍອດຂາຍບັນທຶກຄົບຢູ່ແລ້ວ ບໍ່ວ່າພິມອອກຫຼືບໍ່)
▶ ເບິ່ງຄລິບ: ຫາເງິນຮົ່ວໃນລາຍງານ

ໜ້າ ລາຍງານ: ເລືອກ ມື້ນີ້/ວານນີ້/7 ວັນ/30 ວັນ — ຍອດ, ສະເລ່ຍ/ບິນ, ສົດ/QR, ຫຼຸດ, ຍົກເລີກ, ເມນູຂາຍດີ top 10 · ກົດ ⬇ CSV ບິນ (ເລກບິນ · ເວລາຈ່າຍ · ຮວມຍ່ອຍ · ຫຼຸດ/ຄ່າບໍລິການ/VAT · ເງິນສົດ/QR ແຍກ · ຄ້າງບິນ · ຄືນເງິນ · ຜູ້ຂາຍ · ລູກຄ້າ · ເຫດຜົນຍົກເລີກ) ແລະ ⬇ CSV ລາຍການ (1 ແຖວ/ເມນູ ສຳລັບ pivot) ເປີດໃນ Excel ໄດ້ (ພາສາລາວບໍ່ເພ້) — ບໍ່ປົນບິນທີ່ຍັງເປີດ

ໜ້າລາຍງານ
ໜ້າ ລາຍງານ — ຍອດມື້ນີ້/ອາທິດ/30 ວັນ · ຍອດຕາມຊົ່ວໂມງ · ຜົນງານພະນັກງານ · ຍອດຕໍ່ໝວດ · ດຶງ CSV ໄປ Excel

ວິສະວະກຳເມນູ — ຄວນເຮັດຫຍັງກັບແຕ່ລະຈານ

ຫຼັງຕັ້ງຕົ້ນທຶນຕໍ່ເມນູແລ້ວ ລາຍງານຈະແບ່ງເມນູເປັນ 4 ກຸ່ມ (ຄວາມນິຍົມ × ກຳໄລຕໍ່ໜ່ວຍ) ພ້ອມຄຳແນະນຳ:

ກຸ່ມໝາຍຄວາມວ່າຄວນເຮັດ
⭐ ດາວຂາຍດີ ກຳໄລດີວາງໄວ້ເທິງສຸດ ຮັກສາຄຸນນະພາບ ຢ່າຫຼຸດລາຄາ
🐴 ມ້າໄຖຂາຍດີ ແຕ່ກຳໄລໜ້ອຍຂຶ້ນລາຄາເລັກນ້ອຍ ຫຼື ຫຼຸດຕົ້ນທຶນ
🧩 ປິດສະໜາກຳໄລດີ ແຕ່ຂາຍບໍ່ອອກຍ້າຍຂຶ້ນເທິງເມນູ ໃສ່ຮູບ ໃຫ້ພະນັກງານແນະນຳ
🗑 ໝາຂາຍບໍ່ອອກ ກຳໄລກໍໜ້ອຍພິຈາລະນາຖອດອອກ ຫຼື ປ່ຽນສູດ/ລາຄາ
card ວິສະວະກຳເມນູ
ຕົວຢ່າງຈິງ — ແຕ່ລະກຸ່ມບອກ ຄວນເຮັດຫຍັງ ພ້ອມ ຂາຍໄດ້ · ກຳໄລ/ໜ່ວຍ · ກຳໄລລວມ

ຈັງຫວະຮ້ານ — ໂຕະໝູນ ແລະ ເວລາປຸງ

ນາທີ/ໂຕະ (ສະເລ່ຍ ແລະ ຄ່າກາງ) · ຮອບ/ໂຕະ · ໂຕະທີ່ໃຊ້ຫຼາຍສຸດ · ເວລາປຸງສະເລ່ຍ ແລະ ຊ້າສຸດ 10% ຂອງບິນຄົວ · ພ້ອມລາຍການຈານທີ່ໃຊ້ເວລາປຸງດົນສຸດ — ຈານທີ່ດົນຄວນເລີ່ມກ່ອນ ຫຼືຕຽມລ່ວງໜ້າ

⚠ ຜິດປົກກະຕິ — ຈຸດທີ່ຄວນຖາມ

ຕໍ່ພະນັກງານ: % ສ່ວນຫຼຸດ · ຍົກເລີກບິນ · ຍົກເລີກລາຍການ · ຄືນເງິນ · ເປີດລິ້ນຊັກລອຍ ທຽບກັບຄ່າສະເລ່ຍຂອງຮ້ານ — ຕົວເລກທີ່ສູງຜິດປົກກະຕິຈະຂຶ້ນສີແດງ ແລະ ຕິດທ້າຍສະຫຼຸບ Telegram 21:00 ໃຫ້ເຈົ້າຂອງ

⚠️ ຕົວເລກສູງບໍ່ໄດ້ແປວ່າຜິດ (ຄົນຂາຍຫຼາຍຍ່ອມມີ void ຫຼາຍ) — ໃຫ້ເບິ່ງອັດຕາສ່ວນ ແລ້ວຖາມເຫດຜົນ · ທຸກລາຍການມີ ໃຜ/ເມື່ອໃດ/ເຫດຜົນ ບັນທຶກໄວ້ຄົບ
card ຜິດປົກກະຕິ
ຜິດປົກກະຕິ — ຈັດອັນດັບຕໍ່ພະນັກງານ ທຽບຄ່າສະເລ່ຍຮ້ານ
🛒 ຄວນສັ່ງຊື້: ໜ້າ ລາຍງານ ມີຕາຕະລາງບອກວ່າ ຂາຍວັນລະຈັກ · ເຫຼືອຈັກ · ພຽງພໍອີກຈັກວັນ · ຄວນສັ່ງເທົ່າໃດ (ເລືອກ 2/3/5/7 ວັນ) — ຄິດຈາກຍອດຂາຍຈິງ ບໍ່ແມ່ນຄວາມຮູ້ສຶກ · ສະຫຼຸບ Telegram ຕອນຄ່ຳກໍຕິດລາຍການທີ່ຮີບສຸດ 5 ອັນໄປນຳ

11.ຈໍເສີມ (ໃຊ້ບັນຊີ Cloud ດຽວກັນ)

ຈໍURLໃຊ້ແນວໃດ
📊 Dashboard ເຈົ້າຂອງapp.sk-group.la/dashboardເບິ່ງຍອດຈາກມືຖືທຸກບ່ອນ: ຍອດມື້ນີ້, chart 7 ວັນ, ບິນລ່າສຸດ, ຜົນປິດກະ, ແຍກຕໍ່ສາຂາ
👨‍🍳 ຈໍຄົວ (KDS)app.sk-group.la/kdstablet/ມືຖືໃນຄົວ — ບິນເດັ້ງເອງ ພ້ອມຮູບເມນູ+note/ຕົວເລືອກ · ຕົວໜັງສືໃຫຍ່ອ່ານຈາກເຕົາໄດ້ + ປຸ່ມ ຂະຫຍາຍ/ຫຍໍ້ + ໂໝດມືດ 🌙 · ແຖບສະຫຼຸບ "ເຂົ້າຜັດ ×9" ໃຫ້ຄົວເຮັດເປັນຊຸດ · ສີເຕືອນ 3 ຂັ້ນ (ຂຽວ <8 ນທ · ເຫຼືອງ 8–15 · ແດງ ≥15 ປັບໄດ້) · ກົດ ✓ ຜິດ ມີ ↩ ຍົກເລີກ ພາຍໃນ 20 ວິ · ແລ້ວກົດ ✓ ສຳເລັດ → POS ປະກາດສຽງ "ອາຫານສຳລັບໂຕະ … ສຳເລັດແລ້ວ ພ້ອມເສີບ" ແລະບິນເຂົ້າ tab ເສີບ ໃນ POS (badge ຂຽວບອກຈຳນວນ) — ພະນັກງານກົດ ✓ ເສີບແລ້ວ ຕອນຍົກອາຫານໄປ ລະບົບບັນທຶກໃຜເສີບ+ໃຊ້ເວລາຈັກນາທີ ເບິ່ງ KPI ການເສີບມື້ນີ້ໄດ້ໃນ tab ດຽວກັນ (ຜົນງານ ຂາຍ/ຫຼຸດ/ຍົກເລີກ ຕໍ່ຄົນ ຢູ່ ລາຍງານ → ຜົນງານພະນັກງານ) · ເລືອກສາຂາຕົນເອງມຸມຂວາເທິງ · ບໍ່ມີ tablet ຄົວແຍກ? ໃຊ້ tab ຄົວ ໃນ POS ແທນໄດ້ເລີຍ — ເຮັດວຽກໄດ້ເຖິງເນັດຫຼຸດ (ຈໍ /kds ຕ້ອງມີເນັດ)
🖥 ຈໍລູກຄ້າapp.sk-group.la/displayເປີດໃນຈໍທີສອງຂອງເຄື່ອງ POS ເຄື່ອງດຽວກັນ — ຕອນຫວ່າງເປັນປຶ້ມເມນູພິກໜ້າເອງ (ຂາຍດີຂຶ້ນກ່ອນ + ໜ້າໂປຣໂມຊັນ + QR ສັ່ງເອງ) · ຕອນຂາຍເຫັນບິນສົດ, QR ຈ່າຍເງິນ, ເງິນທອນ · ປັບຄວາມໄວພິກ/ໜ້າໂປຣ ທີ່ ຕັ້ງຄ່າຮ້ານ → 🖥 ຈໍລູກຄ້າ
🍳 ຄົວບໍ່ມີຈໍ? ຕັ້ງຄ່າຮ້ານ → 🖨 ການພິມບິນ → ☑ ພິມບິນຄົວຕອນສົ່ງຄົວ — ບິນຄົວອອກເຄື່ອງພິມແທນ (ສະເພາະລາຍການໃໝ່ ບໍ່ມີລາຄາ)
ຈໍຄົວ KDS
ຈໍຄົວ — ບິນເຂົ້າເອງຕາມໂຕະ ພ້ອມຮູບອາຫານ · ແຖບເທິງສະຫຼຸບວ່າຕ້ອງເຮັດຫຍັງແດ່ລວມ · ກົດ ✓ ສຳເລັດ ແລ້ວບິນຫາຍໄປ (ຍົກເລີກໄດ້ 20 ວິ)

12.QR Ordering — ລູກຄ້າສັ່ງເອງຈາກໂຕະ

▶ ເບິ່ງຄລິບ: ລູກຄ້າສະແກນສັ່ງເອງ
  1. ຕັ້ງຄ່າ (POS) → card QR Ordering → ເປີດ QR Ordering (ເຜີຍແຜ່ເມນູຈາກເຄື່ອງນີ້ — ຢູ່ POS ສະເໝີ)
  2. ກົດ 🖨 ພິມ QR ທຸກໂຕະ → ໄດ້ໃບ QR ຕໍ່ໂຕະ → ພິມ/ຕິດໂຕະ
  3. ລູກຄ້າສະແກນ → ເມນູມີຮູບ → ສັ່ງ+note → ສົ່ງ
  4. ອໍເດີເຂົ້າພາຍໃນ ~10 ວິ — ມີສຽງປະກາດ "ໂຕະ … ສັ່ງອາຫານ" + ຂໍ້ຄວາມເດັ້ງ + ເລກແດງທີ່ປຸ່ມ ໂຕະ ເຫັນຈາກທຸກໜ້າຈໍ → ເຂົ້າໜ້າໂຕະ ກົດ ✓ ຮັບ (ເຂົ້າບິນໂຕະ+ຈໍຄົວເອງ) ຫຼື ປະຕິເສດ
🔊 ສຽງປະກາດອ່ານເລກໂຕະ 1–99 ເປັນພາສາລາວ (ຊື່ໂຕະທີ່ບໍ່ແມ່ນຕົວເລກ ຈະປະກາດ "ມີອໍເດີໃໝ່" ແທນ) · ທຸກເຄື່ອງທີ່ login Cloud ຮ້ານດຽວກັນ ໄດ້ຍິນ+ເຫັນອໍເດີຄືກັນ · ຖ້າຫຼຸດ Cloud ຈະມີຈຸດ ! ສີເຫຼືອງທີ່ປຸ່ມໂຕະ + ແຖບເຕືອນໃນໜ້າໂຕະ
💡 ແກ້ເມນູ/ລາຄາ/ໝົດ (86)/ເພີ່ມໂຕະ — ໜ້າສັ່ງຂອງລູກຄ້າອັບເດດເອງພາຍໃນ ~10 ວິ (ຕ້ອງມີເນັດ) ບໍ່ຕ້ອງກົດ "⟳ ອັບເດດເມນູ" ອີກ (ປຸ່ມຍັງມີໄວ້ບັງຄັບອັບເດດ)
📱 ໜ້າສັ່ງຂອງລູກຄ້າ (ໃໝ່): ມີ ໜ້າທວນອໍເດີກ່ອນສົ່ງ (ກົດຜິດບໍ່ເຂົ້າຄົວ) · note ຕໍ່ລາຍການ (ບໍ່ເຜັດ/ບໍ່ໃສ່ນ້ຳກ້ອນ — ຂຶ້ນຕິດແຖວນັ້ນໃນຈໍຄົວ) · ກັນກົດຊ້ຳ (ສົ່ງແລ້ວລໍ 30 ວິ · ຂໍເກັບເງິນລໍ 60 ວິ) · ບັງຄັບເລືອກໂຕະກ່ອນຂໍເກັບເງິນ · ໂຫຼດໄວຂຶ້ນ (font ຢູ່ server ເຮົາເອງ ບໍ່ຜ່ານ Google)
🪑 ລູກຄ້າສະແກນ QR ລວມ (ເຊັ່ນຈາກຈໍລູກຄ້າ) ບໍ່ແມ່ນ QR ປະຈຳໂຕະ → ມືຖືຈະຖາມ "ທ່ານນັ່ງໂຕະໃດ?" ໃຫ້ເລືອກເອງ — ອໍເດີຍັງຮູ້ໂຕະຄືເກົ່າ
🧾 ລູກຄ້າມີ "ອໍເດີຂອງຂ້ອຍ" ໃນໜ້າສັ່ງ — ເຫັນທຸກຮອບທີ່ສັ່ງ+ຍອດລວມ ແລະສະຖານະສົດ (⏳ ລໍຢືນຢັນ / ✅ ຮັບແລ້ວ / ❌ ປະຕິເສດ) ອັບເດດເອງທຸກ 10 ວິ · ເຫັນສະເພາະອໍເດີຈາກມືຖືເຄື່ອງນັ້ນເອງ — ຕ້ອງແລ່ນ supabase/schema-v4.sql ກ່ອນ ສະຖານະຈຶ່ງຕິດ

ລູກຄ້າເບິ່ງບິນ ແລະ ຈ່າຍເອງຈາກມືຖື 💳

  1. ລູກຄ້າທີ່ເລືອກໂຕະແລ້ວ ຈະເຫັນແຖບລຸ່ມ "🧾 ບິນໂຕະນີ້ດຽວນີ້ xxx₭" — ຍອດອັບເດດເອງທຸກ ~10 ວິ
  2. ກົດ 💳 → ເຫັນລາຍການ + ຄ່າບໍລິການ/VAT/ຍອດຕ້ອງຈ່າຍ (ຄິດຈາກ POS ຂອງຮ້ານ ບໍ່ແມ່ນມືຖືຄິດເອງ)
  3. ມີ 2 ທາງເລືອກ: 🔔 ໃຫ້ພະນັກງານມາເກັບ (ຄືເກົ່າ) ຫຼື 💳 ຈ່າຍດ້ວຍ Lao QR
  4. ຈ່າຍດ້ວຍ Lao QR: QR ຝັງຍອດຂຶ້ນຈໍມືຖືລູກຄ້າ → ສະແກນດ້ວຍແອັບທະນາຄານ (ຈຳນວນຂຶ້ນເອງ) → ໂອນ
  5. ຖ້າຮ້ານເປີດ ⚡ ຢືນຢັນເງິນໂອນອັດຕະໂນມັດ ໄວ້: ເງິນເຂົ້າຍອດກົງ → POS ປິດບິນ + ພິມບິນ + ປະກາດສຽງ ເອງ ແລະ ມືຖືຂຶ້ນ "✅ ຈ່າຍສຳເລັດ" · ຖ້າຍັງບໍ່ເປີດ → ລູກຄ້າກົດ "✓ ຂ້ອຍໂອນແລ້ວ" ແລ້ວຂຶ້ນ 💸 ໃນໜ້າໂຕະ ໃຫ້ພະນັກງານກວດເງິນເຂົ້າກ່ອນຮັບເງິນ
🌐 ສອງພາສາ: ໜ້າສັ່ງມີປຸ່ມ EN / ລາວ ມຸມຂວາເທິງ — ນັກທ່ອງທ່ຽວກົດເທື່ອດຽວ ທຸກປຸ່ມ+ບິນເປັນອັງກິດ ແລະ ຊື່ເມນູໃຊ້ຊື່ອັງກິດທີ່ຕັ້ງໄວ້ (ຂໍ້ 6)
🧾 ບິນດິຈິຕອນ: ຈ່າຍສຳເລັດແລ້ວ ມືຖືລູກຄ້າຈະສະແດງໃບບິນເຕັມ (ລາຍການ · ຄ່າບໍລິການ/VAT · ຍອດທີ່ຈ່າຍ) ຖ່າຍຮູບເກັບໄວ້ໄດ້ — ຢາກໄດ້ໃບເຈ້ຍກໍພິມໃຫ້ຕາມປົກກະຕິ
🔒 ຄວາມປອດໄພ: ຍອດຄິດຢູ່ POS ສະເໝີ — ມືຖືອ່ານຢ່າງດຽວ ປອມຍອດບໍ່ໄດ້ · ສັ່ງເພີ່ມແລ້ວ QR ອັນເກົ່າຈະຖືກເຊື່ອງທັນທີ (ກັນໂອນຜິດຍອດ) · ຍອດຊ້ຳກັນຫຼາຍໂຕະ ລະບົບບໍ່ເດົາ — ໃຫ້ພະນັກງານຢືນຢັນເອງ
⚙ ຟີເຈີນີ້ຕ້ອງແລ່ນ supabase/schema-v7.sql ໃນ Supabase → SQL Editor ເທື່ອດຽວກ່ອນ · ຍັງບໍ່ແລ່ນ = ໜ້າມືຖືເປັນແບບເກົ່າ (ເອີ້ນພະນັກງານມາເກັບ) ບໍ່ພັງ · ຕ້ອງຕັ້ງ Lao QR ຮ້ານ ແລະ ໃຊ້ແຜນມາດຕະຖານຂຶ້ນໄປ ຈຶ່ງມີປຸ່ມຈ່າຍດ້ວຍ QR
card QR Ordering ໃນໜ້າຕັ້ງຄ່າ
ໜ້າ ຕັ້ງຄ່າ (POS) → card QR Ordering — ເປີດແລ້ວກົດ ພິມ QR ທຸກໂຕະ ໄປຕິດໂຕະໄດ້ເລີຍ
ໜ້າສັ່ງພາສາອັງກິດ + ກັ່ນຕອງປ້າຍອາຫານ
ກົດ EN ມຸມຂວາເທິງ = ໜ້າສັ່ງເປັນອັງກິດ · ແຖບປ້າຍອາຫານໃຫ້ລູກຄ້າກັ່ນຕອງເອງ
ໜ້າສັ່ງອາຫານໃນມືຖືລູກຄ້າ
ສິ່ງທີ່ລູກຄ້າເຫັນຫຼັງສະແກນ QR — ເລືອກໂຕະ ແລ້ວກົດ + ໃສ່ກະຕ່າ
ລູກຄ້າກົດຂໍເກັບເງິນ
ກົດ 💳 = ແຈ້ງພະນັກງານມາເກັບເງິນທີ່ໂຕະ (POS ດັງເຕືອນທັນທີ)

13.ຫຼາຍສາຂາ

  1. ເຄື່ອງແຕ່ລະສາຂາ: ຕັ້ງຄ່າ (POS) → ຊື່ສາຂາ/ເຄື່ອງ ເຊັ່ນ "ສາຂາ ໂພນຕ້ອງ"
  2. ທຸກເຄື່ອງເຊື່ອມ Cloud ດ້ວຍບັນຊີດຽວກັນ — ເມນູ/ລາຄາຂອງໃຜລາວ ຕ່າງກັນໄດ້ · ການຕັ້ງຄ່າຮ້ານ + ພະນັກງານ/PIN ຊຸດດຽວທຸກສາຂາ (ຈາກ adminapp — ເຄື່ອງໃໝ່ເຊື່ອມແລ້ວໄດ້ພະນັກງານ/PIN ຄົບເອງ ບໍ່ຕ້ອງຕັ້ງໃໝ່)
  3. Dashboard ຈະມີ tab ທຸກສາຂາ / ຕໍ່ສາຂາ ເອງ · ຈໍຄົວເລືອກເບິ່ງສະເພາະສາຂາຕົນເອງ
🪑 ຕັ້ງຊື່ໂຕະບໍ່ໃຫ້ຊ້ຳຂ້າມສາຂາ — QR Ordering ໃຊ້ເມນູ ແລະ ຊື່ໂຕະ ຊຸດດຽວທັງຮ້ານ. ຖ້າສອງສາຂາມີ “ໂຕະ 1” ຄືກັນ ບິນລົງມືຖືຂອງໂຕະນັ້ນຈະຖືກປິດໄວ້ເພື່ອຄວາມປອດໄພ (ລູກຄ້າຈະບໍ່ເຫັນ/ຈ່າຍຜິດບິນ) ແລະ POS ຈະຂຶ້ນຄຳເຕືອນ · ໃຊ້ຊື່ແບບ “ຕ້ອງ 1” ກັບ “ຫຼັກ 1” ແທນ
🔢 ເລກບິນບໍ່ຊ້ຳເອງ: ແຕ່ລະເຄື່ອງໄດ້ຄຳນຳໜ້າຂອງຕົນ (A · B · D …) ລະບົບເລືອກໃຫ້ອັດຕະໂນມັດຕອນເຊື່ອມ Cloud — ບໍ່ຕ້ອງຕັ້ງເອງ ແລະ ຄົ້ນບິນຄືນຈະບໍ່ໄດ້ 2 ໃບ

14.Cloud · ສຳຮອງຂໍ້ມູນ · AI · Telegram · ແຜນ

☁️ ການຕັ້ງຄ່າຮ້ານທັງໝົດຢູ່ສູນກາງ: ເມື່ອຮ້ານເຊື່ອມ Cloud ແລ້ວ ຊື່ຮ້ານ · ປັດເສດ/ຄ່າບໍລິການ/VAT/ແຕ້ມ · ສະກຸນທີສອງ · Lao QR · ການພິມ · ຈໍລູກຄ້າ · auto-pay · Telegram · AI · ພະນັກງານ+PIN ຈັດການທີ່ adminapp.sk-group.la — ເຈົ້າຂອງຮ້ານ login ດ້ວຍອີເມວ+ລະຫັດ Cloud ດຽວກັບ POS (ເຫັນ/ແກ້ສະເພາະຮ້ານຕົນເອງ) ຫຼືແອດມິນຕັ້ງໃຫ້ — POS ດຶງໄປໃຊ້ເອງ ແລະ ເກັບ cache ໃນເຄື່ອງ (ເນັດຫຼຸດຍັງຂາຍໄດ້) · ເຊື່ອມເທື່ອທຳອິດ ຄ່າທີ່ຕັ້ງໄວ້ໃນເຄື່ອງຈະຍ້າຍຂຶ້ນສູນກາງເອງ ບໍ່ຕ້ອງຕັ້ງໃໝ່ · key Telegram/AI ເກັບຢູ່ server ເທົ່ານັ້ນ ບໍ່ຕິດໄຟລ໌ backup · ໜ້າ "ຕັ້ງຄ່າ" ໃນ POS ເຫຼືອສະເພາະຂອງເຄື່ອງ: ຊື່ສາຂາ · Cloud · ພິມທົດສອບ · ໄຟລ໌ backup · QR ordering
🤖 AI ວິເຄາະຍອດ: adminapp (login ອີເມວ Cloud ຂອງຮ້ານ) → 🤖 AI (ຮ້ານຍັງບໍ່ເຊື່ອມ Cloud: ຕັ້ງຄ່າ → 🤖 AI ໃນເຄື່ອງ) — ເລືອກ Hermes (OpenRouter — ຖືກສຸດ) ຫຼື Claude ຫຼື endpoint ເອງ + ວາງ API key ຂອງຮ້ານ → ໜ້າລາຍງານມີປຸ່ມ 🤖 AI ວິເຄາະ (ສະຫຼຸບ+ຖາມຕອບ ເຊັ່ນ "ເມນູໃດຄວນຢຸດຂາຍ?") + ຄຳເຫັນ AI ຕິດທ້າຍສະຫຼຸບ Telegram 21:00 · AI ໃຊ້ສະເພາະຕົວເລກທີ່ລະບົບສົ່ງ ບໍ່ແຕ່ງເລກເອງ
📱 ຮ້ານ 2 ເຄື່ອງ POS: ໂຕະທີ່ເຄື່ອງອື່ນເປີດຢູ່ ຈະຂຶ້ນປ້າຍ 📱 ຊື່ເຄື່ອງ ທີ່ຜັງໂຕະ — ກົດເປີດຊ້ຳລະບົບຈະເຕືອນກ່ອນ (ເປີດຊ້ຳ = 2 ບິນ ໃຊ້ "ຮວມບິນ" ແກ້ໄດ້) · ລາຍງານລວມທຸກເຄື່ອງເບິ່ງທີ່ dashboard
✈️ Telegram ຫາເຈົ້າຂອງ: adminapp (login ອີເມວ Cloud ຂອງຮ້ານ) → ✈️ Telegram (ຮ້ານຍັງບໍ່ເຊື່ອມ Cloud: ຕັ້ງຄ່າ → Telegram ໃນເຄື່ອງ) — ສ້າງ bot ຂອງຮ້ານເອງ (@BotFather 2 ນາທີ) ວາງ token+chat id → ປິດກະ Z-report ເດັ້ງເຂົ້າມືຖື + ສະຫຼຸບຍອດ+ຂາຍດີ ~21:00 ທຸກມື້ (ເມື່ອ POS ເປີດ)
📥 ເຄື່ອງເສຍ / ຊື້ເຄື່ອງໃໝ່ມາແທນ — ໄດ້ຫຍັງຄືນແດ່:
ລົງ app → login Cloud ດ້ວຍອີເມວເກົ່າ → ພະນັກງານ+PIN · ຕັ້ງຄ່າຮ້ານ · ຜັງໂຕະ · ລູກຄ້າ+ແຕ້ມ+ໜີ້ຄ້າງ ລົງມາເອງ ບໍ່ຕ້ອງພິມໃໝ່
ຈາກນັ້ນ: ⤓ ກູ້ຄືນເມນູ (ຕັ້ງຄ່າ → Cloud Sync) ແລະ ⤓ ກູ້ຄືນຈາກ Cloud (ຄວາມປອດໄພຂໍ້ມູນ) ເອົາບິນ/ກະ/ສະຕັອກ 90 ວັນຫຼ້າສຸດຄືນ
ຫຼືມີໄຟລ໌ backup ຢູ່ນຳ → "ກູ້ຄືນຈາກໄຟລ໌ສຳຮອງ" → ຢືນຢັນ 2 ເທື່ອ
💾 ພື້ນທີ່ຂໍ້ມູນໃນເຄື່ອງ (ຕັ້ງຄ່າ → 💾 ພື້ນທີ່ຂໍ້ມູນ): ບອກຂະໜາດຖານ · ຈຳນວນບິນ/ລາຍການ · ເຕືອນເມື່ອໃຫຍ່ເກີນ
ຕັດບັນທຶກເຫດການເກົ່າ (ອັດຕະໂນມັດວັນລະເທື່ອ) — ບິນ ແລະ ຍອດຂາຍບໍ່ຖືກແຕະ · ສິ່ງດຽວທີ່ຫາຍຄື ລາຍງານ ຄວາມໄວການເສີບ/ເວລາປຸງ/ເປີດລິ້ນຊັກ ຂອງຊ່ວງເກົ່າ
ຍ້າຍບິນເກົ່າອອກ (ຕັ້ງໄດ້ 6/12/24/36 ເດືອນ) — ຕ້ອງ ☁ ເກັບຂຶ້ນ Cloud ຫຼື ⬇ ດາວໂຫຼດເປັນໄຟລ໌ ກ່ອນ ປຸ່ມຕັດຈຶ່ງເປີດ — ແຕ້ມ/ໜີ້ລູກຄ້າ · ສະຕັອກ · ປະຫວັດປິດກະ ບໍ່ຖືກແຕະ

15.ສຳລັບແອດມິນລະບົບ (adminapp.sk-group.la)

16.ແກ້ບັນຫາ / ຄຳຖາມພົບເລື້ອຍ

ບັນຫາວິທີແກ້
ເນັດຫຼຸດ/ໄຟດັບຂາຍຕໍ່ໄດ້ເລີຍ — ຂໍ້ມູນຢູ່ໃນເຄື່ອງ · ຢ່າລ້າງຂໍ້ມູນ browser
ໜ້າຈໍບໍ່ອັບເດດ/ຟີເຈີໃໝ່ບໍ່ຂຶ້ນມີຮຸ່ນໃໝ່ = ແຖບ "🆕 ມີ LaoPOS ຮຸ່ນໃໝ່" ຂຶ້ນລຸ່ມຈໍ → ກົດ ໂຫຼດຄືນ ຕອນບໍ່ມີບິນຄ້າງ (ຂໍ້ມູນບໍ່ຫາຍ) · ເນັດຫຼຸດແລ້ວປິດ app ກໍເປີດໄດ້ (app ເກັບໄວ້ໃນເຄື່ອງແລ້ວ)
ຂຶ້ນ "POS ເປີດຢູ່ tab ອື່ນແລ້ວ"ປົກກະຕິ — ເປີດ 2 ບ່ອນພ້ອມກັນຈະທັບຂໍ້ມູນກັນ ປິດ tab ນີ້ໃຊ້ອັນເດີມ (ຫຼືປິດອັນເດີມແລ້ວກົດລອງໃໝ່)
ແຖບແດງ "ບັນທຶກຂໍ້ມູນລົງເຄື່ອງບໍ່ໄດ້"ຢ່າປິດ app — ໄປ ຕັ້ງຄ່າ → ດາວໂຫຼດສຳຮອງທັນທີ ແລ້ວລ້າງພື້ນທີ່ເຄື່ອງ (ຮູບ/ແອັບອື່ນ) · ຖ້າຍັງຂຶ້ນ ຕິດຕໍ່ຜູ້ດູແລ
ລືມ PINກົດ "ລືມ PIN?" ທີ່ໜ້າເຂົ້າລະບົບ — ຮ້ານເຊື່ອມ Cloud: ຕັ້ງ PIN ໃໝ່ທີ່ adminapp (login ອີເມວ Cloud → 👥) ແລ້ວກົດ ⟳ ດຶງ · ຮ້ານຍັງບໍ່ເຊື່ອມ: ໃສ່ ລະຫັດກູ້ 8 ຫຼັກ ທີ່ໄດ້ຕອນສ້າງເຈົ້າຂອງ → ຕັ້ງ PIN ໃໝ່ · ພິມ PIN ຜິດ 5 ຄັ້ງ ລະບົບລໍ 30 ວິ ທະວີຄູນ (ກັນເດົາ)
ກົດຈ່າຍຜິດ/ບິນຜິດຫ້າມລຶບ — ໃຫ້ຍົກເລີກບິນ (void) ພ້ອມເຫດຜົນ ໃນໜ້າລາຍງານ
ເປີດກະບໍ່ໄດ້ "ມີກະເປີດຢູ່ແລ້ວ"ມີກະຄ້າງຈາກມື້ກ່ອນ — ໄປໜ້າປິດກະ ປິດກະເກົ່າກ່ອນ
ຜັງໂຕະມີສັນຍາລັກຫຍັງແດ່⚠n = ຍັງບໍ່ກົດສົ່ງຄົວ n ລາຍການ · 🍳 = ອາຫານຢູ່ຄົວ · ✅ = ພ້ອມເສີບແລ້ວ · 💳 = ລູກຄ້າຂໍເກັບເງິນ · 📱 = ເຄື່ອງອື່ນເປີດຢູ່ · 📅 = ມີຈອງ
ຈໍຄົວ/Dashboard ເຂົ້າບໍ່ໄດ້ໃຊ້ອີເມວ+ລະຫັດດຽວກັບ Cloud Sync ໃນ app (ບໍ່ແມ່ນ PIN)
ຂໍ້ມູນເມນູຫາຍ (ປ່ຽນເຄື່ອງ/browser)ຕັ້ງຄ່າ (POS) → Cloud Sync → ເຊື່ອມ → ⤓ ກູ້ຄືນເມນູ · ການຕັ້ງຄ່າຮ້ານ + ພະນັກງານ/PIN ກັບມາເອງຈາກ adminapp · ຍອດຂາຍເກົ່າເບິ່ງໃນ dashboard
ແກ້ຄ່າໃນ adminapp ແລ້ວ POS ຍັງບໍ່ປ່ຽນລໍ ~5 ນາທີ ຫຼື ໜ້າ ຕັ້ງຄ່າ (POS) → card ☁️ → ⟳ ດຶງການຕັ້ງຄ່າດຽວນີ້ · ຕ້ອງມີເນັດ — ບໍ່ມີເນັດ POS ໃຊ້ຄ່າຫຼ້າສຸດທີ່ເກັບໄວ້
ຢາກແກ້ຊື່ຮ້ານ/VAT ແຕ່ໜ້າຕັ້ງຄ່າ POS ສະແດງຢ່າງດຽວປົກກະຕິ — ຮ້ານເຊື່ອມ Cloud ແລ້ວແກ້ທີ່ adminapp.sk-group.la (login ອີເມວ Cloud ຂອງຮ້ານ) ໄດ້ທຸກເຄື່ອງພ້ອມກັນ
ຕິດຕໍ່ຜູ້ດູແລລະບົບໂທ/WhatsApp: 020 7733 3334
⚠️ ກົດເຫຼັກຄວາມປອດໄພ: ຢ່າບອກ PIN ຕໍ່ກັນ · ບິນຜິດໃຫ້ void ຢ່າຫາທາງລຶບ · ນັບເງິນປິດກະທຸກມື້ — ລະບົບບັນທຶກທຸກຢ່າງກວດຍ້ອນຫຼັງໄດ້ສະເໝີ

LaoPOS · SK Group · ຄູ່ມືສະບັບ 1.6 (26 ສິງຫາ 2026 — ຄລິບວີດີໂອປະຈຳພາກ ▶ · ລູກຄ້າຈ່າຍເອງດ້ວຍ QR · ບິນດິຈິຕອນ · ໜ້າສັ່ງສອງພາສາ+ປ້າຍອາຫານ · ວິສະວະກຳເມນູ · ຈັງຫວະຮ້ານ · ⚠ ຜິດປົກກະຕິ · ຄວນສັ່ງຊື້ · ເວລາປຸງຕໍ່ຈານ · ໂໝດຝຶກຫັດ · ຮູບປະກອບ 20 ຮູບຈາກລະບົບຈິງ) — ພິມແຈກພະນັກງານໄດ້ (Ctrl+P)