ລະບົບ POS ຮ້ານອາຫານ ຄາເຟ່ ທີ່ສ້າງມາເພື່ອຮ້ານລາວແທ້ໆ The POS built for restaurants & cafés in Laos

ຂາຍ ຄິດເງິນ ຈັດການໂຕະ ພິມບິນ — ພາສາລາວ, ເງິນກີບ, Lao QR ແລະ ໃຊ້ໄດ້ຕອນເນັດຫຼຸດ. ແລ່ນເທິງ tablet Android ລາຄາຖືກ ຫຼື iPad ກໍໄດ້ Sell, charge, manage tables and print receipts — in Lao language, Lao Kip, with Lao QR, and it keeps working when the internet drops. Runs on affordable Android tablets or iPad.

ບໍ່ມີຄ່າຕິດຕັ້ງ · ບໍ່ຕິດສັນຍາ · ຍົກເລີກໄດ້ທຸກເວລາ No setup fee · No contract · Cancel anytime
ໜ້າຂາຍ LaoPOS — ບິນໂຕະ 3 ພ້ອມຮູບເມນູ ແລະ ລາຄາເປັນກີບ
📸 ຮູບຈາກລະບົບຈິງ — ບໍ່ແມ່ນພາບຈຳລອງ 📸 A real screenshot of the live system — not a mockup
✓
ໃຊ້ໄດ້ຕອນເນັດຫຼຸດWorks offline ຂໍ້ມູນຢູ່ໃນເຄື່ອງ ຂາຍໄດ້ສະເໝີData lives on-device — sell anytime
✓
ກີບ + Lao QRKip + Lao QR ປັດເສດ 500/1,000₭ · ຮັບບາດ ฿ ທອນກີບ500/1,000₭ rounding · take baht, give kip
✓
Android ຫຼື iPadAndroid or iPad ເລີ່ມດ້ວຍ tablet ~1.5 ລ້ານກີບStart with a ~$70–150 tablet
✓
ພິມບິນພາສາລາວLao receipts ເຄື່ອງພິມ ESC/POS ທົ່ວໄປ ບໍ່ lock-inAny standard ESC/POS printer

ເບິ່ງລະບົບເຮັດວຽກຈິງ — 3 ນາທີSee it working — 3 minutes

ອັດຈາກລະບົບຈິງ ບໍ່ມີການຕັດຕໍ່: ຂາຍໜ້າຮ້ານ · ຜັງໂຕະ · ຈໍຄົວ · ລາຍງານທີ່ບອກວ່າເງິນຮົ່ວຢູ່ໃສ · ລູກຄ້າສັ່ງເອງ ແລະ ຈ່າຍເອງຈາກມືຖື Recorded on the live system, uncut: point of sale, table map, kitchen display, the reports that show where money leaks, and guests ordering — and paying — from their own phone.

🔇 ບໍ່ມີສຽງ — ມີຄຳບັນຍາຍພາສາລາວເທິງຈໍ ເປີດເບິ່ງໃນຮ້ານທີ່ດັງໆໄດ້ · 2:41 ນາທີ · 1.8 MB 🔇 No sound — Lao captions on screen, so you can watch it anywhere · 2:41 · 1.8 MB

ຄລິບສັ້ນ — ຕອບຄຳຖາມທີ່ຖາມກັນຫຼາຍShort clips — the questions shops actually ask

ບໍ່ມີເວລາເບິ່ງ 3 ນາທີ? ເລືອກສະເພາະຂໍ້ທີ່ເປັນຫ່ວງ — ທຸກຄລິບອັດຈາກລະບົບຈິງ ບໍ່ມີສຽງ ມີຄຳບັນຍາຍລາວ No time for the full demo? Pick the one thing you're worried about. Every clip is recorded on the live system — no sound, Lao captions.

ຂໍ້ຫ່ວງອັນດັບ 1Top concern

ເນັດດັບແລ້ວຍັງຂາຍໄດ້ບໍ?Does it still sell when the internet dies?

ຕັດເນັດ 100% ກາງຄລິບ — ຍັງຂາຍ ຄິດເງິນທອນ ພິມບິນ ເປີດໂຕະໄດ້ຕາມປົກກະຕິ ພໍເນັດມາ ຂໍ້ມູນຂຶ້ນ cloud ເອງ The internet is cut mid-clip. Selling, change, printing and table orders all keep working; when it returns, everything syncs itself.

ເລີ່ມຕົ້ນGetting started

ຕັ້ງຮ້ານຍາກບໍ? ຕ້ອງພິມເມນູເອງບໍ?Is setup hard? Do I type the menu myself?

ຈາກເປີດເວັບເທື່ອທຳອິດ ຈົນຂາຍບິນທຳອິດ — ເລືອກຊຸດເມນູສຳເລັດຮູບ ໄດ້ 183 ລາຍການພ້ອມຮູບ ໃນກົດດຽວ From first visit to first sale. Pick a ready-made menu and get 183 items with photos in one tap.

ສຳລັບເຈົ້າຂອງFor owners

ລະບົບບອກໄດ້ບໍ ວ່າເງິນຮົ່ວຢູ່ໃສ?Can it show me where the money leaks?

ວິສະວະກຳເມນູ (ຈານໃດຄວນຂຶ້ນລາຄາ) · ຜິດປົກກະຕິຕໍ່ພະນັກງານ · ຂອງທີ່ຄວນສັ່ງຊື້ · ຈັງຫວະຮ້ານ — ສະຫຼຸບເຂົ້າມືຖືທຸກຄ່ຳ Menu engineering, per-staff exceptions, restock suggestions and table-turn pace — summarised to your phone every evening.

ຝຶກພະນັກງານ 1/5Staff training 1/5

ຂາຍດ່ວນ ແລະ ຮັບເງິນQuick sale and taking payment

ຄົ້ນຫາເມນູລາວ · ປັບຈຳນວນ · ກົດເລກເງິນທີ່ລູກຄ້າຍື່ນ ແລ້ວອ່ານເງິນທອນ — ຄົນໃໝ່ເບິ່ງເທື່ອດຽວກໍຂາຍໄດ້ Search in Lao, adjust quantity, tap the note the guest handed over, read the change. One watch is enough.

ຝຶກພະນັກງານ 2/5Staff training 2/5

ເປີດໂຕະ ແລະ ສົ່ງເຂົ້າຄົວOpening a table, sending to the kitchen

ຜັງໂຕະບອກຍອດ ແລະ ເວລານັ່ງ · ໝາຍເຫດ "ບໍ່ເຜັດ" ຄົວເຫັນນຳ · ສັ່ງເພີ່ມໄດ້ຕະຫຼອດ ຄິດເງິນເທື່ອດຽວຕອນກັບ The table map shows spend and sitting time; notes like "not spicy" reach the kitchen; the bill stays open until they leave.

ຝຶກພະນັກງານ 3/5Staff training 3/5

ວິທີຮັບເງິນ 4 ແບບFour ways to take payment

ເງິນສົດ · Lao QR (ຍອດຝັງໃນ QR ບໍ່ຕ້ອງພິມ) · ຈ່າຍປົນ · ຄ້າງບິນ (ຕ້ອງມີຊື່ລູກຄ້າ ຈຶ່ງບໍ່ມີໜີ້ລອຍ) Cash, Lao QR with the amount pre-filled, split cash+transfer, and store credit that must be tied to a named customer.

ຝຶກພະນັກງານ 4/5Staff training 4/5

ຍົກເລີກບິນ ແລະ ຄືນເງິນ ໃຫ້ຖືກວິທີVoiding and refunding, the right way

ບໍ່ມີການລຶບ — ຍົກເລີກຕ້ອງເລືອກເຫດຜົນ ບັນທຶກວ່າໃຜເຮັດເມື່ອໃດ · ຄືນເງິນບາງລາຍການກໍໄດ້ ສະຕັອກປັບໃຫ້ເອງ Nothing is ever deleted: a void needs a reason and records who did it; refunds can be partial and adjust stock automatically.

ຝຶກພະນັກງານ 5/5Staff training 5/5

ປິດກະ ນັບເງິນ ແລ້ວກັບບ້ານClosing the shift

ລະບົບບອກວ່າໃນລິ້ນຊັກຄວນມີເທົ່າໃດ ນັບຈິງແລ້ວພິມໃສ່ — ສ່ວນຕ່າງຂຶ້ນທັນທີ ແລະ ເດັ້ງເຂົ້າມືຖືເຈົ້າຂອງ It tells you what should be in the drawer; you type what you counted; the difference appears at once and pings the owner's phone.

ເອົາໄປລົງເພຈຮ້ານໄດ້Yours to post

ລູກຄ້າສະແກນສັ່ງເອງ — ພາສາລາວGuests order themselves — Lao

ຄລິບແນວຕັ້ງ ພ້ອມລົງ story/WhatsApp — ສະແກນ QR ທີ່ໂຕະ ສັ່ງເອງ ຂໍເບິ່ງບິນ ແລ້ວຈ່າຍດ້ວຍ Lao QR ບໍ່ຕ້ອງລໍພະນັກງານ A vertical clip ready for stories or WhatsApp: scan the table QR, order, open the bill and pay by Lao QR without flagging anyone down.

ສຳລັບນັກທ່ອງທ່ຽວFor tourists

ລູກຄ້າສະແກນສັ່ງເອງ — ພາສາອັງກິດGuests order themselves — English

ໜ້າດຽວກັນ ກົດປຸ່ມພາສາ ກາຍເປັນອັງກິດທັງເມນູ ພ້ອມກັ່ນຕອງ ເຈ/ບໍ່ມີໝູ/ບໍ່ເອົາຖົ່ວດິນ — ນັກທ່ອງທ່ຽວສັ່ງເອງໄດ້ Same page, one tap to English — including dish names — with vegetarian, no-pork and no-peanut filters so tourists can order confidently.

🔇 ທຸກຄລິບບໍ່ມີສຽງ ມີຄຳບັນຍາຍລາວເທິງຈໍ — ເປີດເບິ່ງໃນຮ້ານທີ່ດັງໆໄດ້ · ຄລິບຝຶກພະນັກງານດາວໂຫຼດເອົາໄປເປີດໃນເຄື່ອງໄດ້ ບໍ່ຕ້ອງມີເນັດ 🔇 All clips are silent with on-screen Lao captions, so you can watch them in a noisy shop. Download the training clips and play them offline.

ພາບຈາກລະບົບຈິງScreens from the live system

ທຸກຮູບຂ້າງລຸ່ມນີ້ຖ່າຍຈາກ app.sk-group.la ໂດຍກົງ — ເມນູລາວ ຮູບອາຫານຈິງ ລາຄາເປັນກີບ ບໍ່ໄດ້ແຕ້ມຂຶ້ນມາໃໝ່Every image below is captured straight from app.sk-group.la — real Lao menus, real dish photos, prices in kip. Nothing is a drawing.

ຜັງໂຕະTable map ເຫັນທຸກໂຕະໃນຈໍດຽວ — ໂຕະໃດມີແຂກ ຍອດເທົ່າໃດ ນັ່ງມາດົນປານໃດ ພ້ອມປ້າຍ ⚠ ຍັງບໍ່ສົ່ງຄົວ · 🍳 ກຳລັງເຮັດ · ✅ ພ້ອມເສີບ · 💳 ຂໍເກັບເງິນEvery table on one screen — who is seated, how much they owe, how long they have waited, with badges for not-yet-sent, cooking, ready to serve and asking for the bill.
ຈໍຄົວ (KDS)Kitchen display ບິນເຂົ້າຄົວເອງ ໂຕໜັງສືໃຫຍ່ ອ່ານໄກໆໄດ້ ພ້ອມຮູບອາຫານ · ສີເຕືອນ 3 ຂັ້ນຕາມເວລາລໍ · ໂໝດມືດ · ກົດຜິດ ↩ ຍົກເລີກໄດ້ພາຍໃນ 20 ວິTickets arrive automatically in big, readable type with dish photos · three-stage ageing colours · dark mode · 20-second undo if the cook taps by mistake.
ຮັບເງິນ + ເງິນທອນTake payment & change ສົດ / Lao QR / ຈ່າຍປົນ / ຄ້າງບິນ — ປຸ່ມເງິນດ່ວນຄິດເງິນທອນໃຫ້ທັນທີ ແລ້ວພິມບິນ ເປີດລິ້ນຊັກເອງCash, Lao QR, split tender or store credit — quick-cash buttons work out the change instantly, then the receipt prints and the drawer opens.
ລາຍງານຍອດຂາຍSales reports ຍອດມື້ນີ້ ຍອດຕາມຊົ່ວໂມງ ຜົນງານພະນັກງານ ຍອດຕໍ່ໝວດ ເມນູຂາຍດີ — ດຶງເປັນ CSV ໄດ້ ແລະ ນັບ "ມື້ນີ້" ດ້ວຍເວລາລາວສະເໝີToday's total, sales by hour, staff performance, category share and best sellers — exportable to CSV, and “today” always means today in Lao time.
ວິສະວະກຳເມນູMenu engineering ບອກເລີຍວ່າຈານໃດເປັນ ⭐ດາວ (ດັນຕໍ່) · 🐴ມ້າໄຖ (ຂາຍດີແຕ່ກຳໄລໜ້ອຍ → ຄວນຂຶ້ນລາຄາ) · 🧩ປິດສະໜາ (ກຳໄລດີແຕ່ຂາຍບໍ່ອອກ) · 🗑ໝາ (ຄວນຖອດ) ພ້ອມຄຳແນະນຳຕໍ່ກຸ່ມEvery dish sorted into stars, plowhorses, puzzles and dogs — with what to do about each: promote it, reprice it, move it up the menu, or drop it.
ປິດກະ (Z-report)Shift close (Z-report) ທຽບເງິນສົດໃນລິ້ນຊັກກັບຍອດຂາຍ ບັນທຶກລາຍຈ່າຍໃນກະ ແລ້ວສົ່ງ Z-report ເຂົ້າ Telegram ເຈົ້າຂອງທັນທີReconcile the cash drawer against sales, log shift expenses, and the Z-report lands in the owner’s Telegram immediately.
ບິນພາສາລາວLao receipt ບິນຈິງທີ່ອອກຈາກ engine ພິມຂອງລະບົບ — render ເປັນຮູບກ່ອນສົ່ງເຄື່ອງພິມ ESC/POS ສະຫຼະຊ້ອນເທິງ-ລຸ່ມຄົບທຸກໂຕA real receipt straight from the system’s print engine — rendered to a bitmap before it reaches the ESC/POS printer, so every stacked Lao vowel survives.

ຟີເຈີຄົບ ສຳລັບຮ້ານອາຫານ ແລະ ຄາເຟ່Everything a restaurant or café needs

ເລີ່ມຈາກແກນທີ່ຮ້ານຕ້ອງໃຊ້ທຸກມື້ ແລ້ວເຕີບໂຕໄປພ້ອມຮ້ານຂອງເຈົ້າWe start with the core you use every day, and grow with your shop.

🛒

ຂາຍໜ້າຮ້ານPoint of Sale

ຄິດເງິນສົດ/QR/ຈ່າຍປົນ ເງິນທອນອັດຕະໂນມັດ · ຫານບິນເທົ່າກັນ ຈ່າຍເທື່ອລະຄົນ ບິນຍັງເປີດຈົນຄົບ · 🧾 ບິນກວດ ໃຫ້ລູກຄ້າເບິ່ງກ່ອນຈ່າຍ · ຄືນເງິນບາງສ່ວນ · ເປີດລິ້ນຊັກເອງຕອນຮັບສົດCash, QR or split tender with automatic change · split the bill evenly and collect one guest at a time while the bill stays open · print a proforma check before paying · partial refunds · auto cash-drawer kick.

🍽️

ຜັງໂຕະTable management

ເປີດໂຕະ ສັ່ງເພີ່ມ ຍ້າຍ/ແຍກ/ຮວມບິນ · ຈອງໂຕະລ່ວງໜ້າ · ຜັງໂຕະຂຶ້ນປ້າຍ ⚠ ຍັງບໍ່ສົ່ງຄົວ · 🍳 ກຳລັງເຮັດ · ✅ ພ້ອມເສີບ · 💳 ຂໍເກັບເງິນ · ຮ້ານ 2 ເຄື່ອງເຫັນໂຕະກັນ ບໍ່ເປີດຊ້ຳOpen tables, add rounds, move/split/merge bills · reservations · the map flags ⚠ not sent to the kitchen, 🍳 cooking, ✅ ready to serve and 💳 asking for the bill · two devices see each other's tables.

🧾

ພິມບິນພາສາລາວLao receipt printing

ພິມໂຕໜັງສືລາວອອກເຄື່ອງພິມໃບບິນມາດຕະຖານ ຄົມຊັດທຸກສະຫຼະCrisp Lao script on standard receipt printers — every vowel intact.

📊

ລາຍງານຍອດຂາຍSales reports

ຍອດມື້ນີ້ · ຕາມຊົ່ວໂມງ · ຜົນງານພະນັກງານ · ແຍກຊ່ອງທາງຂາຍ · ວິສະວະກຳເມນູ (⭐ດາວ/🐴ມ້າໄຖ/🧩ປິດສະໜາ/🗑ໝາ — ບອກເລີຍວ່າຈານໃດຄວນຂຶ້ນລາຄາ ຈານໃດຄວນຖອດ) · ຈັງຫວະຮ້ານ (ນາທີ/ໂຕະ · ຮອບ/ໂຕະ · ເວລາປຸງ) · ນັບ "ມື້ນີ້" ດ້ວຍເວລາລາວຄົງທີ່Daily totals, by hour, staff performance, sales channels · menu engineering (stars / plowhorses / puzzles / dogs — tells you which dish to reprice and which to drop) · service rhythm (minutes per table, turns, cook time) · “today” always means Lao time.

👥

ພະນັກງານ + PINStaff & PIN

ບົດບາດສິດ ບັນທຶກກະ ປິດກະ Z-report ທຽບເງິນສົດ · ເພີ່ມຄົນ/ປ່ຽນ PIN ຈາກຫຼັງບ້ານບ່ອນດຽວ · 🎓 ໂໝດຝຶກຫັດ ໃຫ້ຄົນໃໝ່ຝຶກຂາຍຄືຂອງຈິງ ໂດຍບໍ່ປົນຍອດ/ກະ/ສະຕັອກRoles, shifts, Z-report cash reconciliation · staff and PINs managed once in the back office · training mode lets new hires practise on the real screens without touching real sales, shifts or stock.

📦

ສະຕັອກສິນຄ້າInventory

ຕັດອອກເອງຕອນຂາຍ ນັບ/ປັບ/ບັນທຶກເສຍ ເຕືອນໃກ້ໝົດ · 🛒 ຄວນສັ່ງຊື້ ຄິດຈາກຄວາມໄວການຂາຍຈິງ — ຂາຍວັນລະຈັກ · ພຽງພໍອີກຈັກວັນ · ຄວນສັ່ງເທົ່າໃດ (ຕິດ Telegram ຕອນຄ່ຳໃຫ້ນຳ) · ວັດຖຸດິບ+ສູດອາຫານ: ຂາຍ 1 ຈານ ຕັດ ເຂົ້າ 200g ໄຂ່ 1 ເອງAuto deduction, counts & waste, low-stock alerts · a reorder list computed from real sales velocity — sold per day, days of cover left, how many to buy (also sent to Telegram each evening) · ingredients & recipes.

👨‍🍳

ຈໍຄົວ (KDS)Kitchen display

ອໍເດີເຂົ້າຄົວອັດຕະໂນມັດ · ໃສ່ເວລາປຸງຕໍ່ຈານແລ້ວຈໍຄົວຈັດ "ຈານດົນເລີ່ມກ່ອນ" ໃຫ້ອາຫານອອກພ້ອມກັນ ແລະ ເຕືອນຊ້າຕາມຈານນັ້ນ (ບໍ່ແມ່ນ 15 ນທ ເໝົາທຸກຈານ) · ໂຕໜັງສືໃຫຍ່ ຊູມໄດ້ ມີຮູບອາຫານ · ໂໝດມືດ · ກົດຜິດ ↩ ຍົກເລີກໄດ້ 20 ວິOrders flow to the kitchen automatically · set a prep time per dish and the board starts the slow ones first so the table is served together, with late warnings tuned to each dish · large zoomable type with photos, dark mode, 20-second undo.

📱

QR ສັ່ງເອງຈາກໂຕະQR self-ordering

ລູກຄ້າສະແກນ QR ສັ່ງຈາກມືຖື — ສະຫຼັບ ລາວ/EN ໄດ້ (ນັກທ່ອງທ່ຽວສັ່ງເອງໄດ້) · ກັ່ນຕອງ 🥬ເຈ · 🚫🐖ບໍ່ມີໝູ · 🥜ບໍ່ເອົາຖົ່ວດິນ · 🦐ບໍ່ເອົາທະເລ · ທວນອໍເດີກ່ອນສົ່ງ + note ຕໍ່ລາຍການ · ອໍເດີເດັ້ງເຂົ້າ POS ແລະຄົວທັນທີGuests scan and order from their phone — switch Lao/English so tourists can order unaided · filter 🥬 vegetarian, 🚫🐖 no pork, 🥜 no peanut, 🦐 no seafood · review before sending with per-item notes · orders pop into the POS and kitchen instantly.

🖥️

ຈໍລູກຄ້າ + ປ້າຍເມນູCustomer display & menu board

ປຶ້ມເມນູພິກໜ້າເອງພ້ອມຮູບ ເມນູຂາຍດີຂຶ້ນກ່ອນ · ຕອນຄິດເງິນເຫັນບິນສົດ+ເງິນທອນຊັດເຈນAuto-flipping photo menu book with best-sellers first; live bill and change at checkout.

🎉

ໂປຣໂມຊັນ / Happy HourPromotions / Happy hour

ຕັ້ງຊ່ວງເວລາຫຼຸດອັດຕະໂນມັດ — ຫຼຸດແທ້ຕອນຄິດເງິນ ແລະຂຶ້ນປ້າຍເມນູເອງScheduled discounts that apply at checkout and advertise themselves on the menu board.

⚡

ລູກຄ້າຈ່າຍເອງທີ່ໂຕະ + ຢືນຢັນອັດຕະໂນມັດGuests pay at the table, confirmed automatically

ລູກຄ້າກົດ 💳 ໃນມືຖື → ເຫັນບິນຈິງຂອງໂຕະ → ສະແກນ QR ທີ່ ຝັງຍອດໄວ້ແລ້ວ → ໂອນ → ລະບົບຈັບຄູ່ຍອດ ປິດບິນ+ພິມ+ປະກາດສຽງເອງ · ຫຼັງຈ່າຍໄດ້ບິນດິຈິຕອນໃນມືຖື · ກັນສະລິບຊ້ຳ/ປອມໃນຕົວGuests tap 💳 on their phone → see the real table bill → scan a QR with the amount already embedded → pay. The POS matches it, closes the bill, prints and announces it — and the guest keeps a digital receipt. Reused or fake slips can't get through.

👤

ລູກຄ້າ · ສະສົມແຕ້ມ · ຄ້າງບິນCustomers, points & tabs

ຜູກລູກຄ້າກັບບິນ ໄດ້ແຕ້ມເອງ · 🎁 ແລກແຕ້ມເປັນສ່ວນຫຼຸດຕອນຈ່າຍ ໄດ້ເລີຍ ມີບັນທຶກຜູກກັບບິນ · ຄ້າງບິນລູກຄ້າປະຈຳ ຮັບຊຳລະພາຍຫຼັງ ມີບັນທຶກຄົບAttach customers to bills for automatic points · redeem those points as a discount right at checkout, with every redemption tied to its bill · run tabs for regulars with a full ledger.

✈️

Telegram ຫາເຈົ້າຂອງTelegram to the owner

ປິດກະ Z-report ເດັ້ງເຂົ້າມືຖືທັນທີ + ສະຫຼຸບຍອດ+ເມນູຂາຍດີ ທຸກຄ່ຳShift-close Z-report lands on your phone instantly, plus a nightly sales digest.

☁️

Dashboard + ຫຼັງບ້ານເຈົ້າຂອງOwner dashboard & back office

ເບິ່ງຍອດຈາກມືຖືທຸກບ່ອນ ຫຼາຍສາຂາ ສຳຮອງອັດຕະໂນມັດ · ຕັ້ງຄ່າຮ້ານທັງໝົດ (ຊື່ຮ້ານ VAT QR ພິມ ພະນັກງານ) ຈາກເວັບຫຼັງບ້ານບ່ອນດຽວ — ເນັດຫຼຸດ ຮ້ານຍັງຂາຍໄດ້Sales from anywhere, multi-branch, automatic backup · every shop setting (name, VAT, QR, printing, staff) managed from one web back office — and the shop keeps selling offline.

🛡️

ຈັບຈຸດເງິນຮົ່ວSpot where money leaks

ລາຍງານ "⚠ ຜິດປົກກະຕິ" ຈັດອັນດັບຕໍ່ພະນັກງານ: % ສ່ວນຫຼຸດ · ຍົກເລີກບິນ/ລາຍການ · ຄືນເງິນ · ເປີດລິ້ນຊັກລອຍ — ສູງກວ່າຄ່າສະເລ່ຍຮ້ານຂຶ້ນສີແດງ ແລະ ເດັ້ງເຂົ້າ Telegram ເຈົ້າຂອງAn exception report ranks every staff member by discount %, voided bills and items, refunds and no-sale drawer opens — anything well above the shop average turns red and pings the owner on Telegram.

💱

ຮັບເງິນບາດ ທອນເປັນກີບTake Thai baht, give kip

ລູກຄ້າຈ່າຍເປັນບາດ — ໃສ່ ฿ ລະບົບຄິດເປັນກີບຕາມອັດຕາຮ້ານ ແລ້ວທອນເປັນກີບ · ປິດກະນັບ ฿ ແຍກຕ່າງຫາກ ບໍ່ປົນກັບເງິນສົດກີບGuests paying in baht: enter ฿, the POS converts at your rate and gives change in kip · the shift close counts baht on its own line, never mixed into the kip drawer.

🛵

ຂາຍຜ່ານ deliveryDelivery channels

ຕິດຊ່ອງທາງໃຫ້ບິນ — ໜ້າຮ້ານ · foodpanda · Goteddy · Chomp-A · ອື່ນໆ ແລ້ວລາຍງານແຍກຍອດຕໍ່ຊ່ອງທາງໃຫ້ ຮູ້ວ່າຊ່ອງທາງໃດຄຸ້ມກວ່າTag each bill with its channel — dine-in, foodpanda, Goteddy, Chomp-A or other — and reports break the day down per channel so you can see which one actually pays.

🔊

ສຽງປະກາດພາສາລາວLao voice announcements

"ໂຕະ 4 ສັ່ງອາຫານ" · "ອາຫານໂຕະ 4 ພ້ອມເສີບ" ປະກາດເປັນສຽງລາວ — ພະນັກງານບໍ່ຕ້ອງຈ້ອງຈໍຕະຫຼອດເວລາ“Table 4 has ordered”, “Table 4’s food is ready” — announced out loud in Lao, so staff don’t have to stare at a screen.

🌏

ເມນູສອງພາສາ + ປ້າຍອາຫານBilingual menu & food tags

ໜ້າສັ່ງຂອງລູກຄ້າສະຫຼັບ ລາວ/EN ໄດ້ (ນັກທ່ອງທ່ຽວສັ່ງເອງໄດ້ ບໍ່ຕ້ອງເອີ້ນພະນັກງານ) · ຕິດປ້າຍ 🥬ເຈ · 🚫🐖ບໍ່ມີໝູ · 🌶ເຜັດ · 🥜ຖົ່ວດິນ · 🦐ທະເລ ແລ້ວລູກຄ້າກັ່ນຕອງເອງທັງເມນູ — ຄົນແພ້ອາຫານປອດໄພຂຶ້ນThe guest ordering page switches Lao / English so tourists order without waving for a server · tag dishes vegetarian, no-pork, spicy, contains peanut or seafood and guests filter the whole menu themselves — much safer for allergies.

🤖

AI ວິເຄາະຍອດAI sales analyst

AI ສະຫຼຸບຍອດ+ແນະນຳເປັນພາສາລາວ ຖາມໄດ້ "ເມນູໃດກຳໄລສຸດ?" — key ຂອງຮ້ານ (Hermes/Claude) ເກັບໃນ server ປອດໄພ ບໍ່ລົງເຄື່ອງAI summarizes and advises in Lao — ask "which dish earns most?" Your key (Hermes/Claude) stays safely on the server, never on the device.

ເປັນຫຍັງຮ້ານລາວຈຶ່ງເລືອກ LaoPOSWhy Lao shops choose LaoPOS

01ບໍ່ບັງຄັບຊື້ iPadNo iPad required

POS ຕ່າງປະເທດສ່ວນຫຼາຍບັງຄັບໃຊ້ iPad. LaoPOS ແລ່ນເທິງ tablet Android ທີ່ຫາຊື້ໄດ້ທຸກຕະຫຼາດ — ຕົ້ນທຶນເລີ່ມຕໍ່າກວ່າ 2–3 ເທົ່າMost foreign POS systems require an iPad. LaoPOS runs on Android tablets available in any market — 2–3× cheaper to get started.

02ສ້າງເພື່ອລາວ ບໍ່ແມ່ນແປມາBuilt for Laos, not translated

ເງິນກີບບໍ່ມີເສດ ປັດເສດ 500/1,000₭ · Lao QR · ຄົ້ນຫາເມນູພາສາລາວ · ບິນ 2 ສະກຸນສຳລັບຮ້ານນັກທ່ອງທ່ຽວWhole-Kip amounts with 500/1,000₭ rounding, Lao QR payments, Lao-script menu search, dual-currency receipts for tourist areas.

03ເນັດຫຼຸດ ໄຟດັບ ກໍຂາຍໄດ້Survives bad internet

ຂໍ້ມູນຢູ່ໃນເຄື່ອງກ່ອນສະເໝີ (offline-first) — ເນັດຫຼຸດທັງມື້ຮ້ານກໍຍັງຂາຍ ພິມບິນ ຄິດເງິນໄດ້ປົກກະຕິOffline-first: your data lives on the device. Internet down all day? You still sell, print and charge as normal.

04ຊຸດພ້ອມໃຊ້ + ຊ່ວຍຕິດຕັ້ງReady-to-use kit + setup help

ມີຊຸດ tablet + ເຄື່ອງພິມ + ລິ້ນຊັກ ພ້ອມຕິດຕັ້ງເຖິງຮ້ານ ແລະ ວິດີໂອສອນເປັນພາສາລາວOptional hardware bundle (tablet + printer + cash drawer) with on-site setup and Lao-language tutorials.

ລາຄາກົງໄປກົງມາSimple, honest pricing

ທົດລອງແຜນໂປຣຟຣີ 30 ວັນ · ບໍ່ມີຄ່າຕິດຕັ້ງ · ບໍ່ຕິດສັນຍາ30-day free Pro trial · No setup fee · No contract

ຟຣີFree

0₭
ຕະຫຼອດໄປforever
  • ຂາຍໜ້າຮ້ານ + ພິມບິນPOS + receipt printing
  • ເງິນສົດ + Lao QR (static)Cash + static Lao QR
  • 1 ເຄື່ອງ1 device
  • ຫານບິນ · ຮັບເງິນບາດ · ບິນກວດ · ຊ່ອງທາງ deliverySplit bills, Thai baht, proforma checks, delivery channels
  • ລາຍງານຍ້ອນຫຼັງ 7 ວັນ7-day report history
  • ຜັງໂຕະ / ພະນັກງານTables / staff
ເລີ່ມໃຊ້ຟຣີStart free
ນິຍົມສຸດMost popular

ມາດຕະຖານStandard

250,000₭/​ເດືອນmo
ເໝາະກັບຮ້ານສ່ວນໃຫຍ່Right for most shops
  • ທຸກຢ່າງໃນແຜນຟຣີEverything in Free
  • ຜັງໂຕະ 1 zone / 20 ໂຕະTables — 1 zone / 20 tables
  • ພະນັກງານ + PIN + ປິດກະStaff, PIN & shift close
  • ລາຍງານບໍ່ຈຳກັດ + export ExcelUnlimited reports + Excel export
  • QR ຝັງຍອດ + ຢືນຢັນເງິນໂອນ/ອອກບິນ ອັດຕະໂນມັດAmount-embedded QR + auto payment confirm & receipt
  • Dashboard + ຫຼັງບ້ານຕັ້ງຄ່າຮ້ານ + Telegram ແຈ້ງເຕືອນOwner dashboard, web back office + Telegram alerts
ທົດລອງຟຣີ 30 ວັນTry free for 30 days

ໂປຣPro

450,000₭/​ເດືອນmo
ຮ້ານໃຫຍ່ ຄົວແຍກBigger shops with kitchens
  • ທຸກຢ່າງໃນມາດຕະຖານEverything in Standard
  • 2 ເຄື່ອງ POS2 POS devices
  • 5 zone / ໂຕະບໍ່ຈຳກັດ5 zones / unlimited tables
  • ຈໍຄົວ KDS + ແຍກບາ/ຄົວKitchen display (KDS) + bar/kitchen stations
  • ສະຕັອກເຕັມ + ຕົ້ນທຶນຕໍ່ຈານFull inventory + recipe costing
  • AI ສະຫຼຸບຍອດພາສາລາວAI daily summary in Lao
ຕິດຕໍ່ຝ່າຍຂາຍTalk to sales

💡 ຈ່າຍລາຍປີ ຈ່າຍ 10 ເດືອນ ໄດ້ 12 ເດືອນ — ປະຢັດ 2 ເດືອນ 💡 Pay yearly: pay for 10 months, get 12 — two months free.

🚀 ເປີດຮັບຮ້ານ Beta ຈຳນວນຈຳກັດ🚀 Limited beta — now open

5 ຮ້ານທຳອິດ ໃຊ້ແຜນໂປຣຟຣີ ພ້ອມທີມງານຊ່ວຍຕິດຕັ້ງເຖິງຮ້ານ ແລກກັບ feedback ຂອງເຈົ້າFirst 5 shops get the Pro plan free with on-site setup, in exchange for your feedback.

ສະໝັກເລີຍApply now

ຄຳຖາມທີ່ພົບເລື້ອຍFrequently asked questions

ເນັດຫຼຸດ ຫຼື ໄຟດັບ ຮ້ານຍັງຂາຍໄດ້ບໍ?Can I still sell when the internet is down?

ໄດ້ 100%. ຂໍ້ມູນທັງໝົດຢູ່ໃນເຄື່ອງ tablet ຂອງຮ້ານ — ຂາຍ ຄິດເງິນ ພິມບິນ ໄດ້ປົກກະຕິ ເມື່ອເນັດກັບມາ ຂໍ້ມູນຈຶ່ງ sync ຂຶ້ນ cloud ເອງYes, 100%. All data lives on your tablet — you sell, charge and print as normal. When the internet returns, data syncs to the cloud automatically.

ຕ້ອງໃຊ້ອຸປະກອນຫຍັງແດ່?What hardware do I need?

Tablet Android (ຫຼື iPad) 1 ເຄື່ອງ + ເຄື່ອງພິມໃບບິນ ESC/POS ແບບ LAN ທົ່ວໄປ (Xprinter, Epson ຯລຯ). ບໍ່ບັງຄັບຊື້ຈາກເຮົາ — ແຕ່ເຮົາມີຊຸດພ້ອມໃຊ້ຈຳໜ່າຍ ພ້ອມຕິດຕັ້ງເຖິງຮ້ານOne Android tablet (or iPad) plus any standard LAN ESC/POS receipt printer (Xprinter, Epson, etc.). You can buy your own — or get our ready-to-use kit with on-site setup.

ພິມບິນເປັນພາສາລາວໄດ້ແທ້ບໍ?Does it really print Lao script?

ໄດ້ — ນີ້ຄືຈຸດທີ່ເຮົາພັດທະນາເປັນພິເສດ. ເຄື່ອງພິມໃບບິນທົ່ວໄປບໍ່ຮອງຮັບໂຕໜັງສືລາວ ເຮົາຈຶ່ງ render ເປັນຮູບຄວາມຄົມສູງກ່ອນພິມ ສະຫຼະເທິງ-ລຸ່ມອອກຄົບທຸກໂຕYes — this is something we engineered specifically. Standard receipt printers don't support Lao script, so we render it as a high-contrast image before printing. Every stacked vowel comes out intact.

ຮັບເງິນຜ່ານ QR ແນວໃດ?How do QR payments work?

ເລີ່ມດ້ວຍ QR ຂອງຮ້ານ (BCEL One ຯລຯ) ທີ່ພະນັກງານກົດຢືນຢັນ. ແຜນເສຍເງິນຈະມີ QR ແບບລະບຸຈຳນວນເງິນ ພ້ອມຢືນຢັນອັດຕະໂນມັດເມື່ອລູກຄ້າຈ່າຍສຳເລັດStart with your shop's static QR (BCEL One etc.) confirmed by staff. Paid plans add amount-specific QR codes with automatic confirmation when the customer pays.

ມີຫຼາຍເຄື່ອງ ຫຼື ຫຼາຍສາຂາ ຕ້ອງຕັ້ງຄ່າທຸກເຄື່ອງບໍ?I have several devices or branches — do I set up each one?

ບໍ່ — ຕັ້ງເທື່ອດຽວທີ່ເວັບຫຼັງບ້ານ (adminapp.sk-group.la — login ດ້ວຍອີເມວ+ລະຫັດ Cloud ດຽວກັບ POS): ຊື່ຮ້ານ VAT/ຄ່າບໍລິການ QR ຮັບເງິນ ການພິມ ພະນັກງານ+PIN · ທຸກເຄື່ອງຂອງຮ້ານດຶງໄປໃຊ້ເອງພາຍໃນ 5 ນາທີ ແລະເກັບໄວ້ໃນເຄື່ອງ ເນັດຫຼຸດກໍຍັງໃຊ້ຄ່າເດີມຂາຍຕໍ່ໄດ້No — set it once in the web back office (adminapp.sk-group.la, same cloud email and password as the POS): shop name, VAT/service, payment QR, printing, staff and PINs. Every device pulls the settings within 5 minutes and keeps a local copy, so it keeps working offline.

ລູກຄ້າຈ່າຍເປັນເງິນບາດໄດ້ບໍ?Can guests pay in Thai baht?

ໄດ້ — ຕັ້ງອັດຕາແລກຂອງຮ້ານໄວ້ ແລ້ວຕອນຮັບເງິນພິມຈຳນວນ ฿ ທີ່ໄດ້ຮັບ ລະບົບຄິດເປັນກີບໃຫ້ ແລະທອນເປັນກີບ. ຕອນປິດກະ Z-report ນັບເງິນບາດແຍກແຖວຕ່າງຫາກ ບໍ່ປົນກັບເງິນສົດກີບໃນລິ້ນຊັກYes — set your shop's rate, then enter the ฿ you received at checkout. The POS converts it to kip and gives change in kip. At shift close the Z-report counts baht on its own line, separate from the kip in the drawer.

ລູກຄ້າມາເປັນກຸ່ມ ຢາກຫານບິນຄົນລະສ່ວນ ເຮັດແນວໃດ?A group wants to split the bill — how?

ກົດ "ຫານບິນ" ໃສ່ຈຳນວນຄົນ ລະບົບຫານເທົ່າກັນ ແລ້ວຮັບເງິນເທື່ອລະຄົນ — ບິນຍັງເປີດຢູ່ຈົນຄົບ ເສດຢູ່ຄົນສຸດທ້າຍ ແລະລາຍງານນັບເປັນບິນດຽວ. ຖ້າຢາກແຍກຕາມລາຍການ ໃຊ້ "ແຍກບິນ" ຍ້າຍລາຍການອອກໄປບິນໃໝ່ໄດ້Tap “split bill”, enter the number of guests and the total is divided evenly — collect one guest at a time while the bill stays open, with any remainder on the last person, and reports still count it as one bill. To split by item instead, use “split” to move lines onto a new bill.

ຮ້ານຂາຍຜ່ານ foodpanda / Goteddy ນຳ ຈະແຍກຍອດໄດ້ບໍ?We also sell on foodpanda / Goteddy — can we separate those sales?

ໄດ້ — ຕອນເປີດບິນເລືອກຊ່ອງທາງ (ໜ້າຮ້ານ · foodpanda · Goteddy · Chomp-A · ອື່ນໆ) ແລ້ວໜ້າລາຍງານຈະແຍກຍອດຕໍ່ຊ່ອງທາງໃຫ້ ພ້ອມ export CSV ໄປຄິດຄ່າຄອມມິດຊັນຕໍ່ໄດ້Yes — pick the channel when you open the bill (dine-in, foodpanda, Goteddy, Chomp-A, other) and the reports break the day down per channel, with CSV export so you can reconcile commissions.

ລູກຄ້າຈ່າຍເອງຈາກມືຖື — ປອດໄພບໍ?Guests paying from their own phone — is that safe?

ຍອດຄິດຢູ່ POS ຂອງຮ້ານສະເໝີ ມືຖືອ່ານຢ່າງດຽວ ປອມຍອດບໍ່ໄດ້ · QR ຝັງຈຳນວນເງິນສ້າງທີ່ເຄື່ອງ POS ແລ້ວສົ່ງເປັນຮູບ · ລູກຄ້າສັ່ງເພີ່ມ = QR ອັນເກົ່າຖືກເຊື່ອງທັນທີ (ກັນໂອນຜິດຍອດ) · ຍອດຊ້ຳກັນຫຼາຍໂຕະ ລະບົບບໍ່ເດົາ ໃຫ້ພະນັກງານຢືນຢັນເອງ · ເງິນເຂົ້າບັນຊີທະນາຄານຂອງຮ້ານໂດຍກົງ ບໍ່ຜ່ານເຮົາThe POS always does the maths — the phone only displays it. The amount-embedded QR is generated on the POS and sent as an image; if the guest orders more, the old QR is hidden immediately. If two tables owe the same amount the system never guesses — staff confirm. Money lands directly in your bank account, never through us.

ພະນັກງານໃໝ່ຝຶກແນວໃດ ບໍ່ໃຫ້ຍອດຮ້ານເພ?How do new staff practise without wrecking the numbers?

ເປີດ ໂໝດຝຶກຫັດ ໃນໜ້າຕັ້ງຄ່າ — ຂາຍ ຮັບເງິນ ເປີດໂຕະ ໄດ້ຄືຂອງຈິງທຸກຂັ້ນຕອນ ແຕ່ບິນຝຶກບໍ່ນັບເຂົ້າຍອດຂາຍ ບໍ່ນັບໃນກະ ບໍ່ຕັດສະຕັອກ ບໍ່ຂຶ້ນ cloud/ຈໍຄົວ ແລະ ບິນທີ່ພິມມີປ້າຍ "ຝຶກຫັດ" · ມີແຖບແດງຄ້າງເທິງຈໍບໍ່ໃຫ້ລືມປິດTurn on training mode in settings — every step behaves exactly like the real thing, but training bills never touch sales, shifts, stock, the cloud or the kitchen screen, and printed receipts are marked “training”. A red bar stays on screen so nobody forgets to switch back.

ຖ້າຢາກເຊົາໃຊ້ ຂໍ້ມູນຮ້ານຈະເປັນແນວໃດ?What happens to my data if I cancel?

ຂໍ້ມູນເປັນຂອງຮ້ານ — export ເປັນ Excel/CSV ໄດ້ທຸກເວລາ ແລະ ເຮົາເກັບຮັກສາໃຫ້ອີກ 12 ເດືອນຫຼັງຢຸດໃຊ້Your data belongs to you — export to Excel/CSV anytime, and we keep it safe for 12 months after you stop.

ກ່ຽວກັບເຮົາAbout us

LaoPOS ເກີດຈາກທີມນ້ອຍໆໃນລາວ ທີ່ເຫັນຮ້ານອາຫານບ້ານເຮົາຕ້ອງທົນໃຊ້ລະບົບຕ່າງປະເທດ — ແພງ, ບໍ່ມີພາສາລາວ, ຄິດເປັນເງິນສະກຸນອື່ນ ແລະລົ້ມທຸກຄັ້ງທີ່ເນັດຫຼຸດ.LaoPOS was born from a small team in Laos who watched local restaurants struggle with foreign systems — expensive, never in Lao, priced in other currencies, and down whenever the internet dropped.

ເຮົາຈຶ່ງສ້າງ POS ທີ່ຄິດເປັນກີບແຕ່ຕົ້ນ, ເວົ້າພາສາລາວທຸກຈຸດ ຮອດໃບບິນທີ່ພິມອອກມາ, ແລະຂາຍໄດ້ຕໍ່ເນື່ອງເຖິງບໍ່ມີເນັດ — ເພາະຮ້ານຢຸດຂາຍບໍ່ໄດ້.So we built a POS that thinks in kip from day one, speaks Lao everywhere — down to the printed receipt — and keeps selling with no internet, because a shop can never stop.

ເປົ້າໝາຍຂອງເຮົາງ່າຍໆ: ໃຫ້ຮ້ານລາວທຸກຂະໜາດ ມີເຄື່ອງມືລະດັບດຽວກັບຮ້ານໃຫຍ່ ໃນລາຄາທີ່ຮ້ານນ້ອຍຈ່າຍໄຫວ.Our goal is simple: give every Lao shop, whatever its size, big-restaurant tools at a small-shop price.

🇱🇦
ສ້າງໃນລາວ ເພື່ອຮ້ານລາວBuilt in Laos, for Lao shops ກີບ · ພາສາລາວ · ວິທີຂາຍແບບຮ້ານບ້ານເຮົາKip, Lao language, the way local shops actually sell.
📶
Offline-firstOffline-first ຂໍ້ມູນຢູ່ໃນເຄື່ອງຮ້ານ — ເນັດຫຼຸດ ໄຟດັບ ຮ້ານຍັງຂາຍໄດ້Data lives in the shop — internet down, still selling.
🤝
ຊັບພອດເປັນພາສາລາວSupport in Lao ໂທ/WhatsApp ຫາທີມງານໄດ້ໂດຍກົງ — ພ້ອມຊ່ວຍຕິດຕັ້ງເຖິງຮ້ານCall or WhatsApp the team directly — on-site setup included.

ພ້ອມເລີ່ມແລ້ວບໍ?Ready to get started?

ທັກມາໄດ້ເລີຍ — ທີມງານຕອບເປັນພາສາລາວ ຊ່ວຍແນະນຳຈົນຮ້ານຂາຍໄດ້Reach out — we reply in Lao or English and help until your shop is selling.

ຊ່ອງທາງຕິດຕໍ່ກຳລັງອັບເດດ — ທົດລອງລະບົບໄດ້ເລີຍ Contact channels coming soon — try the demo meanwhile.